ເຕັກນິກການປູກພືດເສດຖະກິດ

ບາງຄຳແນະນຳເຕັກນິກວິທີການລ້ຽງຄັ່ງ

ຄັ່ງ ເປັນແມງໄມ້ຊະນິດໜຶ່ງທີ່ອາໃສຢູ່ກັບລຳຕົ້ນຂອງໄມ້ຫຼາຍຊະນິດທີ່ມີຢູ່ຕາມທຳມະຊາດ ແລະ ທີ່ຄົນເຮົາປູກເອງໄດ້ເຊັນ: ຕົ້ນຖົ່ວແຮ, ຕົ້ນສົມສາ, ຕົ້ນໝາກແຟນ, ໝາກຂາມປ້ອມ, ຕົ້ນເປົ້າ.... ໂດຍສະເພາະແມ່ນຕົ້ນໄມ້ທີ່ຍັງດີບ. ຄັ່ງມີຄຸນປະໂຫຍດຫຼາຍໆດ້ານເຊັ່ນ: ເປັນສີຍອມຜ້າ, ເຮັດນໍ້າມືກພີມ, ນໍ້າມັນຂັດພື້ນ, ຕາມລໍ້າພ້າອື່ນໆ ແລະ ຍັງເປັນສິນຄ້າທາງດ້ານເສດຖະກິດສ້າງລາຍຮັບໃຫ້ແກ່ຄອບຄົວອີກດ້ວຍ. ຄັ່ງເປັນແມງໄມ້ທີ່ລ້ຽງໄດ້ງ່າຍ ສາມາດລ້ຽງໄດ້ທຸກລະດູ ແລະ ມີ 3 ຊະນິດແນວພັນຄັ່ງຄື: ແນວພັນຄັ່ງດໍ, ກາງ ແລະ ປີ 1. ການກຽມພື້ນທີ່ ທີ່ຈະລ້ຽງຄັ່ງ ...
Read More

ເຕັກນິກການປູກຊາແບບຢືນຍົງ

I. ເຕັກນິກການປູກ 1.1. ກະກຽມດິນປູກ - ເຮັດໃຫ້ດິນບໍ່ມີຕົົ້ນໄມ້ໃບຫຍ້າ, ຂຸດກະຕໍໄມ້ ແລະ ຖົມຂຸມໃຫ້ໄດ້ຕາມຄວາມຕ້ອງການ(ເຮັດໃຫ້ດິນພຽງດີ) “ສະອາດ, ເຮັດໃຫ້ຕົົ້ນໄມ້ໃບຫຍ້າໂດກ ແລະ ເໜົົ່າເປື່ອຍໄວ”. - ຂຸດຮ່ອງ: ກວ້າງ 0,4 -0,5 ແມັດ; ເລີກ 0,3 – 0,4 ແມັດ. ເຮັດໃຫ້ຊັ້ນໜ້າດິນຕໍ່າກວ່າລະດັບໜານ 5 – 10 ຊັງຕີແມັດ ...
Read More

ເຕັກນິກການປູກໝາກແໜ່ງກວາງຕຸ່ງ

ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ,ເປັນຜົນຜະລິດທີມີຕະຫຼາດຮອງຮັບຢູ່ຕະຫຼອດເວລາໂດຍສະເພາະແລ້ວແມ່ນຕະຫຼາດຈາກ ສປ ຈີນມີພໍ່ຄ້າຄົນຈີນມາຮັບຊື້ຢູ່ລາວໂດຍ ສະເພາະເພືອນໍາໄປຂາຍສົ່ງໃຫ້ໂຮງງານເພື່ອປຸງແຕ່ງເປັນຢາ ແລະ ເຄື່ອງເທດ,ປຸ່ງແຕ່ງເປັນອາຫານ ແລະ ອື່ນໆຕະຫຼາດ ສປ ຈີນແມ່ນມີຄວາມຕ້ອງການໃນປະລິມານຫຼາຍ,ຊື່ງໃນປະຈຸບັນປະລິມານ ການຜະລິດໝາກແໜ່ງແມ່ນຍັງບໍ່ທັນພຽງພໍເມືອທຽບກັບຄວາມຕ້ອງການຂອງຕະຫຼາດ,ໃນ ຄະນະດຽວກັນ ໝາກແໜ່ງຂອງ ສປຈີນ ແມ່ນມີອາຍແກ່ນັບມື້ນັບໜ້ອຍລົງ,ຍ້ອນແນວນີ້ພໍ່ຄ້າ ສປ ຈີນ ຈືື່ງຈໍາເປັນຕ້ອງໄດ້ນໍາເຂົ້າ ຈາກຫຼາຍປະເທດ ໃນຂົງເຂດໄກ້ຄຽງ,ເປັນຕົ້ນແມ່ນປະເທດລາວ ຫວຽດນາມ,ກໍາປູເຈ້ຍ...ຈາກເງືອນໄຂດັ່ງກ່າວນີ້, ມັນຈຶ່ງເປັນໂອກາດ ແລະ ເງືອນໄຂອັນດີໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫຼາດ ສປ ຈີນ,ໂດຍສະເພາະແມ່ນບັນດາເຂດແຂວງ ທີຕັ້ງຢູ່ໄກ້ກັບຊາຍແດນຂອງ ສປ ...
Read More

ເຕັກນິກການປູກໝາກແໜ່ງປາກຊ່ອງ

ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດ,ເປັນຜົນຜະລິດທີມີຕະຫຼາດຮອງຮັບຢູ່ຕະຫຼອດເວລາໂດຍສະເພາະແລ້ວແມ່ນຕະຫຼາດຈາກ ສປ ຈີນມີພໍ່ຄ້າຄົນຈີນມາຮັບຊື້ຢູ່ລາວ ໂດຍສະເພາະເພຶອນໍາໄປຂາຍສົ່ງໃຫ້ໂຮງງານເພື່ອປຸ່ງແຕ່ງເປັນຢາ ແລະ ເຄື່ອງເທດ,ປຸ່ງແຕ່ງເປັນອາຫານ ແລະ ອື່ນໆຕະຫຼາດ ສປ ຈີນ ແມ່ນມີຄວາມຕ້ອງການໃນປະລິມານຫຼາຍ,ຊຶ່ງໃນປະຈຸບັນປະລິມານການຜະລິດໝາກແໜ່ງແມ່ນຍັງບໍ່ທັນພຽງພໍ ເມືອທຽບກັບຄວາມຕ້ອງການຂອງຕະຫຼາດ,ໃນ ຄະນະດຽວກັນ ໝາກແໜ່ງຂອງ ສປຈີນ ແມ່ນມີອາຍຸແກ່ນັບມື້ນັບໜ້ອຍລົງ,ຍ້ອນແນວນີ້ພໍ່ຄ້າ ສປ ຈີນ ຈື່ງຈໍາເປັນຕ້ອງໄດ້ນໍາເຂົ້າຈາກຫຼາຍປະເທດໃນຂົງເຂດໄກ້ຄຽງ,ເປັນຕົ້ນແມ່ນປະເທດລາວ, ຫວຽດນາມ,ກໍາປູເຈ້ຍ...ຈາກເງືອນໄຂດັ່ງກ່າວນີ້, ມັນຈຶື່ງເປັນໂອກາດ ແລະ ເງືອນໄຂອັນດີໃຫ້ແກ່ປະຊາຊົນລາວເຮົາໃນການປູກ ແລະ ສົ່ງໝາກແໜ່ງອອກສູ່ຕະຫຼາດ ສປ ຈີນ,ໂດຍສະເພາະແມ່ນບັນດາເຂດແຂວງ ທີຕັ້ງຢູ່ໄກ້ກັບຊາຍແດນຂອງ ສປ ຈີນ ...
Read More

ເຕັກນິກການປູກມ້ອນ

ການປູກມອນລ້ຽງມ້ອນເພືື່ອສາວໃໝຢູ່ໃນປະເທດເຮົາແມ່ນມີມາຕັ້ງແຕ່ດົນນານແລ້ວສ່ວນໃຫ່ຍແລ້ວທີ່ຜ່ານມາຍັງເປັນການລ້ຽງແບບພື້ນບ້ານ,ລ້ຽງເພືື່ອນໍາມາໃຊ້ສອຍພາຍໃນຄອບຄົວ ແລະ ເປັນອາຊີບເສີມເທົ່ານັ້ນ ແຕ່ຍັງຂາດ ຄວາມຮູ້ທາງດ້ານເຕັກນິກວິຊາການ ຫຼື ແນວພັນທີມີຄຸນນະພາບເພືື່ອນໍາມາໃຊ້ເຂົ້າໃນວຽກງານດັ່ງກ່າວອັນເປັນສາຍເຫດທີ່ເຮັດໃຫ້ຜົນຜະລິດເສັ້ນໃໝທີ່ໄດ້ອອກມາຍັງມີຈໍານວນໜ້ອຍ ແລະ ມີຄຸນນະພາບຕໍ່າການປູກມ້ອນລ້ຽງມ້ອນເປັນອາຊີບໜຶ່ງທີ່ສ້າງລາຍຮັບໃຫ້ແກ່ຊາວກະຊິກອນໄດ້ເປັນຢ່າງດີ,ຕໍ່ເນືອງ ແລະ ຕະຫຼອດປີ. ແຕ່ເຖີງຢ່າງໃດກໍ່ຕາມຊາວກະສິກອນຜູ້ທີຈະລ້ຽງມ້ອນປະສົບຜົນລໍາເລັດໄດ້ນັ້ນຈະຕ້ອງມີປັດໃຈຫຼາຍຢ່າງປະກອບເຊັ່ນ: ເຕັກນິກການປູກມອນ, ເຕັກນິກການລ້ຽງມ້ອນ,ເຕັກນິກໃນການສາວໃໝຖ້າເຂົ້າໃຈເຖີງບັນຫາເຫຼົ່ານີ້ກໍ່ຈະເຮັດໃຫ້ການປູກມອນລ້ຽງມອ້ນປະສົບຜົນສໍາເລັດໄດ້. ມອນເປັນພືດຢືນຕົ້ນມີຖິ່ນກໍາເນີດຢູ່ເຂດອາຊີສາມາດຈະເລີນເຕີບໂຕໄດ້ດີໃນເຂດຮ້ອນ ແລະ ໃນດີນເກືອບທຸກປະເພດ ຍົກເວັ້ນໃນດິນທີມີນໍ້າຖ້ວມຂັງມີການລະບາຍນໍ້າໄດ້ຢາກເປັນພືດທີື່ມີຄວາມສາມາດທົນຕໍ່ຄວາມແຫ້ງແລ້ງໄດ້ດີມີຄວາມຕ້ອງການຄວາມຊຸ່ມເລັກນ້ອຍໃນໄລຍະປູກໃໝ່ແຕ່ຕົ້ນມອນຈະເລີນເຕີບໂຕໄດ້ດີໃນລະດູຝົນສໍາລັບລະດູແລ້ງຈະເປັນຊ່ວງໄລຍະການພັກໂຕຂອງຕົ້ນມ້ອນ. ລໍາຕົ້ນ ແລະ ງ່າ: ມີລໍາຕົ້ນສູງໃຫ່ຍຕັ້ງຊືື່,ມີກິ່ງງ່າຫຼາຍ ແຕ່ມ້ອນທີປູກເພືື່ອລ້ຽງມອ້ນລໍາຕົ້ນຈະບໍ່ສູງເພາະມີການຕັດແຕ່ງໃນທຸກໆປີ. ໃບ: ລັກສະນະຮູບຮ່າງຂະໜາດ, ຄວາມໜາຂອງໃບຈະແຕກຕ່າງກັນຕາມແຕ່ລະແນວພັນ ຮາກ: ປະກອບດວ້ຍຮາກແກ້ວ, ຮາກແໜງ ແລະ ...
Read More

ເຕັກນິກການຕິດຕາຕົ້ນຢາງພາລາ

I. ອຸປະກອນ 1. ຕົ້ນຕໍ (ຕົ້ນກ້າຢາງ) ຈະຕ້ອງເປັນຕົ້ນທີ່ສົມບູນ ເປືອກລອກງ່າຍ ອາຍຸ 4 ເດືອນ ຫາ 8 ເດືອນ, ເສັ້ນຜ່ານສູນກາງຂອງລຳຕົ້ນປະມານ 1.0-1.2 ຊັງຕີແມັດ, ຄວາມສູງຈາກພື້ນດິນ 10 ເຊັນ 2. ກິ່ງຕາຂຽວ ຕ້ອງເປັນກິ່ງຕາຂຽວທີ່ສົມບູນ ອາຍຸສູງສຸດປະມານອາທິດ 3. ແກ່ນຕິດຕາ ຕ້ອງເປັນມີດທີ່ມີໃບມີດບາງ ແລະ ຄົມ ອາດໃຊ້ມີດຕັດໂຟມ ຫຼື ...
Read More

ຂໍ້ແນະນຳການປູກສະຕໍເບີຣີ

ສະຕໍເບີຣີ Strawberry ມີຊື່ວິທະຍາສາດ Fragariaviginian ເປັນພືດເສດຖະກິດຊະນິດໜຶ່ງທີ່ມີການປູກຢ່າງຫຼວງຫຼາຍໃນໂລກສາມາດພົບໄດ້ເກືອບທຸກປະເທດຕັ້ງແຕ່ແຖບຂົ້ວໂລກເໜືອລົງມາເຖິງພື້ນທີ່ໃນເຂດຮ້ອນຊຶ່ງມີຄວາມແຕກຕ່າງກັນທັງສະພາບພູມີອາກາດ ແລະ ປະເພດດິນ. ໝາກສະຕໍເບີຣີມີລົດຊາດແຊບ ແລະ ເປັນທີ່ຮູ້ຈັກກັນໂດຍທົ່ວໄປ, ໃນໄລຍະທີ່ຜ່ານມາພົບວ່າຜົນຜະລິດທີ່ໃຊ້ສຳຫຼັບການບໍລິໂພກໄດ້ມີປະລິມານການເພີ່ມຂື້ນຢ່າງວ່ອງໄວ, ເຊິ່ງມັນຮຽກຮ້ອງໃຫ້ມີການເພີ້ມຜົນຜະລິດໃຫ້ພຽງພໍກັບຄວາມຕ້ອງການ. ສະຕໍເບີຣີຈັດເປັນພືດຫຼາຍປີ ແຕ່ໂດຍທົ່ວໄປຈະປູກປີດຽວແລ້ວຈະປູກຄືນໃໝ່ໃນປີຕໍ່ໄປ, ການຈະເລີນເຕີບໂຕແຕກແໜງເລືອເປັນພຸ່ມສູງຈາກໜ້າດິນ 15-20 ຊັງຕີແມັດ, ຊົງພຸ່ມກວ້າງ 20-30 ຊັງຕີແມັດ, ລະບົບຮາກສ່ວນໃຫ່ຍຢູ່ລະດັບເລີກຈາກໜ້າດິນປະມານ 30 ຊັງຕີແມັດ, ລຳຕົ້ນຍາວ 2,5 ຊັງຕີແມັດ, ຄວາມຍາວຂອງກ້ານໃບຂື້ນກັບແນວພັນ ໝາກສະຕໍເບີຣີໃຫ້ຄຸນຄ່າທາງອາຫານປະກອບດ້ວຍ: ໂປຼຕີນ 1,0 ...
Read More

ເຕັກນິກການປູກໝາກໂມ

ເຕັກນິກການປູກໝາກໂໝາກໂມ ( Watermeron ) ເປັນພືດຕະກຸນດຽວກັບແຄນຕາລູບ ໝາກ ແລະ ແຕງຊະນິດອື່ນໆ ມີຖີນກຳເນີດຢູ່ທະວິບແອັບຟຣີກາ ໝາກໂມເປັນພືດລົ້ມລຸກທີ່ເລືອໄປຕາມດີນ ມີຂົນຂື້ນຕາມລຳຕົ້ນ ມີທັງ 2 ເພດ ຢູ່ໃນຕົ້ນດຽວກັນ ໝາກໂມໃນບ້ານເຮົາທີ່ນິຍົມປູກຫຼາຍ ມີຢູ່ຫຼາຍສາຍພັນເຊັ່ນ ໝາກໂມພິນກີນຮີ ພັນຕໍປີໂດ, ພັນຊອນຍາ....ຫຼັງການເກັບກ່ຽວເຂົ້າແລ້ວ ເນື່ອງຈາກສາມາດໃຊ້ຄວາມຊຸ່ມທີ່ຍັງເຫຼືອຢູ່ໃນດິນທີ່ຊ່ວຍໃນການຈະເລີນເຕີບໂຕ ຈັດເປັນພືດເສດຖະກິດທີ່ສຳຄັນໃນຫຼາຍທ້ອງຖີ່ນປູກໄດ້ທົ່ວທຸກພາກ. ໝາກໂມ ເປັນໝາກໄມ້ທີ່ມີລົດຫວານຫຼາຍແຕ່ມີນ້ຳຕານໜ້ອຍກວ່າໝາກໄມ້ບາງຊະນິດ ນ້ຳຕານຢູ່ໃນໝາກໂມແມ່ນນ້ຳຕານຊະນິດກລູໂຄດ ມີຖີ່ນກຳເນີດຢູ່ໃນທະເລຊາຍຄາລາຣາລີ ທະວີບແອຟຣິກາ ໃນປະເທດລາວແມ່ນນິຍົມປູກໃນທົ່ວທຸກພາກ ແລະ ປູກໄດ້ທຸກລະດູ ...
Read More

ເຕັກນິກການປູກມັນຕົ້ນ

ມັນຕົ້ນມີຊື່ວິທະຍາສາດວ່າ Manihot esculenta Crantz ແລະ ມີຕົ້ນກໍາເນີດຈາກເຂດຮ້ອນໃນທະວີບອາເມລິກາໃຕ້ ຕັ້ງແຕ່ພາກເໜືອຂອງອາກຊັງຕີນເຖິງພາກໃຕ້ຂອງສະຫະລັດອາເມລິກາ. ມັນຕົ້ນເປັນໄມ້ຢື້ືນຕົ້ນຂະໜາດນ້ອຍທີ່ຂະຫຍາຍພັນດ້ວຍລໍາຕົ້ນ ຫຼື ແກ່ນ , ເປັນພືດທີ່ມີອາຍຸຫຼາຍປີ ມີທ່າແຮງໃນການໃຫ້ຜົນຜະລິດທາດແປ້ງສູງທີ່ສຸດ ແລະ ສາມາດປູກໄດ້ເກືອບທຸກພືື້ນທີ່ທັງເຂດທົ່ງພຽງ ແລະ ພູດອຍ. ໂດຍສະເພາະໃນພືື້ນທີ່ທີ່ດິນບໍ່ ມີຄວາມອຸດົມສົມບູນ , ດິນທີ່ເປັນອາຊິດປານກາງ pH ຢູ່ໃນລະດັບ 4.5-7 ແລະ ມີປະລິມານນໍ້າຝົນທີ່ຕໍ່າ ຫຼື ຝົນຕົກ ບໍ່ຕົກປົກກະຕິ ແລະ ...
Read More

ເຕັກນິກການປູກໝາກເຜັດ

1. ການກຽມດິນ ໄຖດິນໃຫ້ເລີກປະມານ 25-30 ຊັງຕີແມັດ. ຕາກແດດໄວ້ປະມານ 5-7 ວັນ ຫຼັງຈາກນັ້ນກໍ່ໄຖ ແລະ ຄາດອີກຄັ້ງໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃນອັດຕາ 3-4 ໂຕນ/ໄລ່ ຈາກນັ້ນກໍ່ຍົກເປັນໜານປູກ, ການກຽມໜານປູກສາມາດເຮັດໄດ້ຫຼາຍແບບແລ້ວແຕ່ສະພາບພື້ນທີ່ປູກຄືດັ່ງລຸ່ມນີ້: 1 ປູກແບບບໍ່ຍົກໜານ ສຳລັບພື້ນທີ່ລະບາຍນໍ້າໄດ້ດີ ປັບພື້ນທີ່ໄດ້ສະໝໍ່າສະເໝີດີ ການປູກແບບນີ້ອາດປູກເປັນແຖວດຽວ ໃຊ້ໄລຍະຫ່າງລະຫວ່າງແຖວປະມານ 60-70 ຊັງຕີແມັດ, ລະຫວ່າງຕົ້ນ 50 ຊັງຕີແມັດ ຫຼື ປູກເປັາແຖວຄູ່ໄລຍະຫ່າງລະຫວ່າງແຖວຄູ່ ...
Read More

ເຕັກນິກການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸ່ມນໍ້າ

ເຕັກນິກການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸ່ມນໍ້າ
  1. ລັກສະນະທົ່ວໄປ
ຜັກຫອມປ້ອມເປັນຜັກທີ່ຢູ່ໃນຕະກຸນ Apiaceae ມີຊື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີື່ສາມາດບໍລິໂພກສ່ວນຂອງໃບ ແລະ ກ້ານ ເປັນ ຜັກສົດ ຜັກຫອມປ້ອມ ເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກິ່ນຫອມ ສາມາດປູກໄດ້ໃນ ດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ...
Read More

ເຕັກນິກການກ້າແກ່ນຊາ

ເຕັກນິກການກ້າແກ່ນຊາ ຊື້ວິທະຍາສາດ: Camellia sinensis var. assamica 1. ການເກັບແກ່ນຊາ 1.1 . ລະດູການທ່ີ່ເໝາະສົມທີ່ສຸດໃນການເກັບແກ່ນຊາແມ່ນຢູ່ລະຫວ່າງທ້າຍເດືອນ ກັນຍາ ຫາຕົ້ນເດືອນ ພະຈິກ, ເພາະວ່າໃນໄລຍະນີ້ ແກ່ນຊາແມ່ນສຸກດີ ສັງເກດເບິ່ງ ໝາກຊາຕ້ອງເປັນໝາກທີ່ແກ່ດີ, ເວລາເຮົາແກະເປືອກນອກອອກແລ້ວ ຈະສັງເກດເຫັນແກ່ນຊາທີ່ຢູ່ທາງໃນເປັນສີນໍ້າຕານເຂັ້ມແມ່ນສາມາດເກັບມາກ້າແກ່ນໄດ້. 1.2. ຖ້າໝາກເປັນສີຂຽວ, ສີນໍ້າຕານຍັງບໍ່ເຂົ້າເຕັມໝົດ ຫຼື ເຂົ້າເຄິ່ງໜຶ່ງຍັງບໍ່ເຖິງຂວັ້ນເຮົາຕ້ອງປະໄວ້ກ່ອນ. 2. ການປອກເປືອກໝາກຊາ 2.1 ແບບແກະເອົາແກ່ນ: ພາຍຫຼັງເກັບໝາກຊາມາແລ້ວ ແມ່ນນໍາເອົາໝາກຊາມາແກະເອົາແກ່ນໂດຍກົງ ...
Read More

ເຕັກນິກການປູກຜັກຫວານປ່າ

   ເຕັກນິກການປູກຜັກຫວານປ່າ ການຂະຫຍາຍພັນຜັກຫວານປ່າດ້ວຍເແກ່ນ ມີປະສິດທິພາບຫຼາຍກວ່າວິທີປູກດ້ວຍການຂຸດເອົາມາເພາະວ່າການຂູດເອົາມາຈາກປ່າສາມາດເຕີບໂຕໄດ້ປະມານ 2-3 ປີກໍຈະຕາຍ ເພາະລຳຕົ້ນທີ່ຂຸດມາບໍ່ມີຮາກແກ້ວ,ການປູກດ້ວຍແກ່ນນັ້ນຈະຕ້ອງມີການກຽມພື້ນທີ່ ທີ່ມີຕົ້ນໄມ້ຢືນຕົ້ນເສຍກ່ອນເພື່ອເປັນຮົ່ມເງົາ ເພາະຕົ້ນຜັກຫວານປ່າບໍ່ມັກແສງແດດປານໃດ ໂດຍການປູກໄມ້ທີ່ເຕີບໂຕໄດ້ໄວເຊັ່ນ: ຕົ້ນໝາກຂາມສົ້ມ, ຜັກອີ້ຮຸມ, ຕົ້ນໝາກຂາມເທດ ສຳລັບການປູກດ້ວຍເມັດຈະສາມາດນຳມາຮັບປະທານໄດ້ເມື່ອອາຍຸ 3 ປີຂຶ້ນໄປ. ການເລືອກ ແລະ ການກ້າແກ່ນ: ຄວນເລືອກເອົາໝາກທີ່ສຸກດີ ແລະ ສົດໃໝ່ເທົ່ານັ້ນ ຫຼັງຈາກນັ້ນໃຫ້ນຳເປືອກຫຸ້ມແກ່ນອອກ ແລ້ວລ້າງແກ່ນໃຫ້ສະອາດ,ໃນຂະນະທີ່ລ້າງຄວນໃນຖົງມື ເນື່ອງຈາກເປືອກທີ່ຫຸ້ມແກ່ນມີສານທີ່ເຮັດໃຫ້ເກີດມາອາການຄັນ. ວີທີການຄັດເລືອກເມັດພັນຄວນນຳມາແຊ່ນ້ຳພ້ອມຄັດເອົາເມັດທີ່ຟູນ້ຳອອກໃຫ້ໝົດ ນຳເອົາເມັດທີ່ຈົມນ້ຳຂຶ້ນມາປະໄວ້ໃຫ້ສະເດັດນ້ຳແລ້ວນຳເອົາຢາກັນເຊື້ອລາມາປະສົມ ແລ້ວນຳມາວາງໃສ່ດົ້ງ ຫຼື ...
Read More

ການໃສ່ຝຸ່ນຂີ້ໄກ່ບັງຄັບໝາກນາວອອກດອກນອກລະດູ

ການໃສ່ຝຸ່ນຂີ້ໄກ່ບັງຄັບໝາກນາວອອກດອກນອກລະດູ ການຜະລິດຝຸ່ນຂີ້ໄກ່ເພື່ອບັງຄັບໃຫ້ໝາກນາວອອກດອກນອກລະດູ ແລະ ເປັນການປະຫຍັດຕົ້ນທຶນຄ່າໃຊ້ຈ່າຍໃນການຊື້ປຸ໋ຍ ໂດຍເປັນວິທີທີ່ງ່າຍບໍ່ຍຸ່ງຍາກ ແລະ ປະຫຍັດເໝາະສຳລັບຊາວກະສິກອນທີ່ມີທຶນນ້ອຍ ແລະ ຕ້ອງການຮັກສາສິ່ງແວດລ້ອມ I. ການກຽມຝຸ່ນຂີ້ໄກ່ 1. ຂີ້ໄກ່ 5 ກິໂລ ມີທາດໄນໂຕເຈນຊ່ວຍເລັ່ງຮາກການອອກດອກ 2. ກາກນໍ້າຕານ 3 ກິໂລ 3. ນໍ້າໝັກ ພດ 2 , 100 ຊີຊີ 4. ຢາສູດ 1 ...
Read More

ເຕັກນິກການປູກໝາກຂຽບ

ເຕັກນິກການປູກໝາກຂຽບ
  1. ລັກສະນະທົ່ວໄປ. ໝາກຂຽບເປັນຫມາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ແລະ ນິຍົມປູກໃນເຂດອາກາດຮ້ອນອົບອຸ່ນ ພ້ອມທັງມີລົດຊາດພໍດີກິນ ນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫມາະສົມຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ, ເພາະວ່າໃນປະຈຸບັນ ການປູກຫມາກໄມ້ເປັນສິນຄ້າຢູ່ພາຍໃນປະເທດເຮົາຍັງຖືວ່າຫນ້ອຍຢູ່ເມືອທຽບກັບຕ່າງປະເທດ. ສະນັ້ນ ປະຈຸບັນກຳລັງກ້າວເຂົ້າສູ່ລະດູຝົນເຊິ່ງເປັນໂອກາດດີ ໃຫ້ກັບຜູ້ທີ່ກຳລັງສົນໃຈຢາກລົງທຶນໃນ ຂະແຫນງກະສິກຳເພື່ອເຮັດການຜະລິດເປັນສິນຄ້າ ແລະ ຫມາກຂຽບກໍ່ເປັນຫມາກໄມ້ຊະນິດຫນຶ່ງທີ່ນິຍົມບໍລິໂພກ ແລະ ປູກເປັນສິນຄ້າໄດ້ ທີ່ສຳຄັນ ແມ່ນເພື່ອຫລຸດການນຳເຂົ້າຈາກຕ່າງປະເທດນຳອີກ.
  2.  ວິທີປູກ. ວິທີປູກແມ່ນສາມາດປະຕິບັດໄດ້ງ່າຍໆຄື: ຄວນຂຸດຂຸມປູກໃຫ້ມີຂະຫນາດກວ້າງ, ຍາວ ແລະ ເລິກປະມານ ...
    Read More
Loading...