ແນວພັນສັດນ້ໍາ

ການລ້ຽງ ແລະ ການປະສົມພັນປາເກັດແລບ

ປາເກັດແລບເປັນປາທີ່ລ້ຽງງ່າຍ, ໃຫ່ຍໄວ, ທົນຕໍ່ສະພາບແວດລ້ອມ ຫຼື ໜອງທີ່ບໍ່ມີຄວາມອຸດົມສົມບູນດ້ວຍອາຫານທຳມະຊາດໄດ້. ປັດຈຸບັນຄວາມຕ້ອງການຂອງຕະຫຼາດມີຫຼາຍສົມຄວນເພື່ອນຳໄປປຸງແຕ່ງເປັນອາຫານ, ເປັນອາຫານທີ່ເກັບໄວ້ເຊັ່ນ: ການເຮັດເປັນສົ້ມປາ, ປາແດກ, ປາແຫ້ງ ແລະ ອື່ນໆ ສາມາດສົ່ງຂາຍຕະຫຼາດນຳລາຍໄດ້ໃຫ້ແກ່ຄອບຄົວ. 1. ສະຖາທີ່ເໝາະສົມໃນການລ້ຽງປາເກັດແລບ 1.1 ສະຖາທີ່ - ສະພາບຄວາມເປັນກົດເປັນດ່າງຂອງນໍ້າມີຄ່າເທົ່າກັບ 6,5-7,5 - ອຸນຫະພູມລະຫວ່າງ 26-32 ອົງສາເຊ - ເປັນເຂດທີ່ບໍ່ມີນໍ້າອອກບໍ່ - ໜອງຕ້ອງມີຄວາມອຸດົມສົມບູນດ້ວຍທຳມະຊາດ(ພື້ນໜອງຕ້ອງເປັນຕົມ) - ປາເກັດແລບສາມາດລ້ຽງໃສ່ໜອງ ...
Read More

ເຕັກນິກການລ້ຽງ ແລະ ການປະສົມພັນປານິນ

ປານິນເປັນປາທີ່ລ້ຽງງ່າຍ, ແຜ່ຂະຫຍາຍພັນໄວ ແລະ ເພາະພັນໄດ້ເອງໃນທຳມະຊາດ, ເປັນປາທີ່ນິຍົມກັນລ້ຽງ, ຕະຫຼາດຕ້ອງການ, ລາຄາດີ, ເປັນປາທີ່ມີຄວາມທົນທານຕໍ່ສະພາບອາກາດໃນປະເທດເຮົາໄດ້ດີ ສະນັ້ນ, ປານິນຈິ່ງລ້ຽງໄດ້ທຸກພາກໃນປະເທດເຮົາ, ເປັນປາທີ່ນິຍົມກັນບໍລິໂພກທັງພາຍໃນຄອບຄົວ ແລະ ໃນງານລ້ຽງສ້າງສັນຕ່າງໆ. ຊີ້ນປາມີລົດຊາດແຊບ, ກິນງ່າຍ, ລະລາຍດີ ຊີ້ນປາພຸພ່ອຍດີບໍ່ມີໄຂ່ມັນທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ, ຖ້າມີບ່ອນລ້ຽງທີ່ເໝາະສົມ ແລະ ຮູ້ຈັກວິທີການລ້ຽງທີ່ດີຈະສາມາດຕອບສະໜອງອາຫານໃຫ້ຄອບຄົວໄດ້ພຽງພໍ, ລ້ຽງຫຼາຍສາມາດຂາຍສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ. 1. ສະຖານທີ່ເໝາະສົມ - ມີແຫຼ່ງນໍ້າທີ່ສະອາດ, ນໍ້າມີຄ່າຄວາມເປັນກົດເປັນດ່າງ 605-8,5 PH - ອຸນຫະພູມລະຫວ່າງ ...
Read More

ການປະສົມພັນປາໄນ

ປາໄນເປັນປານໍ້າຈືດຊະນິດໜຶ່ງເປັນປາທີ່ມີຮ່າງກາຍແຂງແຮງມີເກັບກົມໃຫ່ຍທົ່ວໂຕ ນອກຈາກສ່ວນຫົວທີ່ບໍ່ມີເກັບ, ປາກນ້ອຍບໍ່ມີແຂ້ວ. ສົບໜາ ແລະ ມີໜວດ 4 ເສັ້ນ. ຄີຫຼັງເປັນຄີດຽວຍາວ. ສ່ວນສີຂອງປາໄນ ເຖິງວ່າຊີບໍ່ຄືກັນຄາມແຫຼ່ງທີ່ຢູ່ອາໄສຂອງມັນກໍ່ຕາມ. ປາໄນເປັນປາທີ່ນິຍົມກັນລ້ຽງມາແຕ່ດົນນານຕາມຖິ່ນຕ່າງໆໃນລາວ ແລະ ມີຢູ່ຕາມຫ້ວຍນໍ້າລຳເຊຫ້ວຍຮອງ, ຄອງບືງ, ເປັນປາທີ່ລ້ຽງງ່າຍທົນຕໍ່ສະພາບແວດລ້ອມໄດ້ດີ. ຊີ້ນປາກິນງ່າຍລະລາຍດີບໍ່ເປັນອັນຕະລາຍຕໍ່ສຸກຂະພາບໂດຍສະເພາະຜູ້ສູງອາຍຸ ເພາະປາເປັນອາຫານທີ່ມີທາດບຳລຸງສູງ. ເຮັດໃຫ້ຮ່າງກາຍແຂງແຮງ. ຖ້າມີບ່ອນລ້ຽງທີ່ເໝາະສົມ ແລະ ຮູ້ວິທີການລ້ຽງທີ່ດີຈະສາມາດຕອບສະໜອງອາຫານໃຫ້ຄອບຄົວໄດ້ຢ່າງພຽງພໍ, ລ້ຽງງ່າຍສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວອີກດ້ວຍ. 1. ສະຖານທີ່ເໝາະສົມການລ້ຽງປາໄນ - ອຸນພະພູມທີ່ເໝາະສົມລະຫວ່າງ 24-35 ອົງສາເຊ - ...
Read More

ການປະສົມພັນປາຄັດລາແບບເຄິ່ງທຳມະຊາດ

ປາຄັດລາ ( Catlocarpio siamensis ) ຊື່ສາມັນ Giant carp ເປັນປານໍ້າຈືດ ມີເກັດໃຫ່ຍ, ລຳຕົວມີສີເທົາປົນດຳ ຫຼື ຊົມພູຂາວໃນບາງໂຕ ຊຶ່ງມັກພົກໃນເພດແມ່ເປັນສ່ວນໃຫ່ຍ, ຄີມີສີແດງ . ເກັດມີຂະໜາດໃຫ່ຍ, ເກັດທີ່ເສັ້ນຂ້າງລຳຕົວມີປະມານ 39-41 ເກັດ. ສ່ວນຫົົວມີຂະໜາດໃຫ່ຍ ບໍ່ມີໜວດ, ປາກບໍ່ມີແຂ້ວ ແຕ່ມີແຂ້ວໃນລຳຄໍ ແບ່ງ ອອກເປັນ 2 ແຖວ, ແຖວລະ 4 ...
Read More

ຄູ່ມື ຄຳແນະນຳການລ້ຽງກຸ້ງກ້າມກາມ giant freshwater prawn (Macrobrobranchium rosenbergii de Nan)

     ກຸ້ງກ້າມກາມ( giant freshwater prawn) ແລະ ຊື່ວິທະຍາສາດ Macrobrobranchium rosenbergii de Nan) ແມ່ນກຸ້ງນ້ຳຈືດທີ່ມີຂະໜາດໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີຄວານສຳຄັນທາງດານເສດຖະກິດຊະນິດໜື່ງ ສາມາດນຳມາປຸງແຕ່ງ ເປັນອາຫານໄດ້ຫລາກຫຼາຍເຊັ່ນ: ປີ້ງ,ຕົ້ມຍຳ,ຕຳ,ທອດ,ອົບ ແລະ ອື່ນໆ, ຊື່ງໃນປະຈຸບັນກຸ້ງກ້າມກາມແມ່ນເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນຫຼາຍຈື່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ.   ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນຳວິທີການລ້ຽງກຸ້ງສະບັບນີ້ ເພື່ອເປັນບົດຮຽນ, ...
Read More

ພະຍາດທີ່ເກີດຈາກເຊື້ອແບັກທີເຣຍໃນປາ

1. ພະຍາດໂຕດ່າງ  ສາເຫດ: ເກີດຈາກເຊື້ອແບັກທີເຣຍຟຣາໂວ, ແບັກທີ່ເຣຍໂຄລຳແນລ Flavobacterium Columnare ມີ ລັກສະນະເປັນແທ່ງຍາວ ຫຼື ເປັນສາຍຕໍ່ກັນສາມາດຜະລິດນໍ້າຍ່ອຍສຳລັບຍ່ອຍໂປຣຕີນ ແລະ ກະດູກອ່ອນຂອງປາ.  ອາການ: ປາຈະລອຍນໍ້າຊ້າໆ ຢູ່ບໍລິເວດໜ້ານໍ້າ ແບັກທີ່ເຣຍຈະທຳລາຍບໍລິເວດຜີວໜັງ, ຄີ ແລະ ຟັນຢືມ ບໍລິເວນທີ່ຕິດເຊື້ອຈະລຸດອອກ ສີຂອງຜີວໜັງຈະເຫັນເປັນແຖວດ່າງໆທົ່ວໄປ ອາດພົບເລືອດອອກຕາມຜີວໜັງ, ເກັດລຸດ ຫາກຕິດເຊື້ອຮຸນແຮງຈະເກີດມີບາດແຜທີ່ເປັນຂຸມຕາມຜີວໜັງ ອັດຕາການຕາຍອາດສູງເຖິງ 70% ພາຍໃນ ...
Read More

ຄໍາແນະນໍາການລ້ຽງກຸ້ງຝອຍໃນອ່າງຊີເມັນ Lanchester’s Freshwater Prawn (Macrobrachium lanchesteri)

ກຸ້ງຝອຍເປັນສັດນໍ້າຊະນິດຫນຶ່ງທີ່ສ້າງລາຍຮັບໃຫ້ກັບຊາວກະສິກອນຜູ້ລ້ຽງເປັນຢ່າງດີ ກຸ້ງມີຫຼາຍແນວພັນ ແລະ ທຸກແນວພັນລ້ວນແລ້ວແຕ່ສ້າງລາຍຮັບໄດ້ຢ່າງຫຼວງຫຼາຍ ແລະ ກຸ້ງຝອຍເປັນກຸ້ງທີ່ລ້ຽງງ່າຍທີ່ສຸດໃນບັນດາກຸ້ງແຕ່ລະຊະນິດ ຕົ້ນທຶນໃນການລ້ຽງຕໍ່າກວ່າກຸ້ງຊະນິດອື່ນ ກຸ້ງຝອຍເປັນກຸ້ງທີ່ລ້ຽງງ່າຍຂະຫຍາຍຕົວໄວ ທີ່ສໍາຄັນຍັງເປັນທີ່ຕ້ອງການຂອງຕະຫຼາດ ໃນປະຈຸບັນ. ກຸ້ງຝອຍ( Macrobrachium lanchesteri)ເປັນກຸ້ງນໍ້າຈືດ ຂະຫນາດນ້ອຍພົບໄດ້ທົ່ວໄປຢູ່ໃນຫ້ວຍ, ຮ່ອງ, ຫນອງ, ບຶງ ແລະ ແຫຼ່ງນໍ້າທໍາມະຊາດຂອງປະເທດລາວກຸ້ງຊະນິດດັ່ງກ່າວສາມາດ ນໍາມາເຮັດອາຫານໄດ້ຫຼາກຫຼາຍເຊັ່ນ: ກຸ້ງເຕັ້ນ, ກຸ້ງທອດ. ກຸ້ງຝອຍເປັນແຫຼ່ງໂປຮຕີນ, ແຄລຊຽມ ແລະ ມີຄຸນຄ່າທາງ ໂພຊະນາການສູງອີກດ້ວຍ. ກຸ້ງຝອຍທີ່ຂາຍໃນຕະຫຼາດ ສ່ວນຫຼາຍແມ່ນຫາໄດ້ ຈາກແຫຼ່ງນໍ້າທໍາມະຊາດ, ...
Read More

ວິທີ ການລ້ຽງປາຮ່ວມກັບການລ້ຽງໄກ່ພັນຊີ້ນ

ສະພາບລວມ: ປະຊາຊົນຢູ່ຕາມຊານເມືອງ ແລະ ຊົນນະບົດມີຄວາມສາມາດໃນການລ້ຽງປາແບບປະສົມປະສານກັບການລ້ຽງສັດ ແລະ ປູກຝັງ ຢູ່ຕາມໜອງທຳມະຊາດທີ່ມີຢູ່ແລ້ວ ແລະ ໜອງທີ່ສ້າງຂື້ນເອງ, ສັດທີ່ນິຍົມລ້ຽງຮ່ວມກັບປາສ່ວນຫຼາຍຈະແມ່ນ: ໄກ່ພັນຊີ້ນ, ໄກ່ພັນໄຂ່, ເປັດ ແລະ ໝູພັນ. ອາຫານທີ່ນຳມາໃຊ້ໃນການລ້ຽງປາຈະມີ ຮຳ, ເຂົ້າປຽນ, ສາລີ, ມັນຕົ້ນ ແລະ ຜັກຊະນິດຕ່າງໆ ທີ່ຫາໄດ້ງ່າຍຕາມທ້ອງຖິ່ນ ແລະ ມີລາຄາຖືກ. I. ພັນສັດ 1. ໄກ່ພັນຊີ້ນ ແນວພັນໄກ່ທີ່ນຳມາລ້ຽງແມ່ນສາມາດຊື້ໄດ້ຈາກຟາມ, ...
Read More
ແນວພັນປາດຸກພັນ

ປາດຸກພັນ

ພາສາລາວ: ປາດຸກພັນ ຊື່ວິທະຍາສາດ: Clarias gariepinus ຊື່ພາສາອັງກິດ: walking catfish ຂະໜາດໃຫ່ຍສຸດ: 20-30 ກິໂລ ປະຫວັດຄວາມເປັນມາ: ປາດຸກພັນ ມີຖີນກຳເນີດຢູ່ປະເທດລັດເຊຍ ແລະ ນໍາເຂົ້າມາລຽ້ງໃນລາວ ປີ 1982 ຈຳນວນ 24 ໂຕ ເຊືງມີລວງຍາວ 7-10 ຊັງຕີແມັດ ເຊືງໃດ້ນຳເຂົ້າມາລຽ້ງໃນສະຖານນີ ລຽ້ງ ປາຫນອງແຕ່ງ ໃນປີ 1983 ...
Read More

ປາໄນ

ຊື່ພາສາລາວ: ປາໄນ ຊື່ວິທະຍາສາດ: Cyprinus carpio ຊື່ພາສາອັງກິດ: Common carp ຂະໜາດໃຫຍ່ສຸດ: 120 cm ນໍ້າໜັກສຸດ: 37.3 kg ຜູ້ຄົ້ນພົບ: Linnaeus, 1758 ລັກສະນະ/ປະສິດທິພາບ: ປາໄນເປັນປາຕ່າງຖິ່ນ ທີ່ມີຕົ້ນກໍາເນີດຢຸ່ບັນດາປະເທດໃນທະວີບເອີລົບ ທີ່ນໍາເຂົ້າມາລ້ຽງຫລາຍໃນບັນດາປະເທດຢຸ່ອາຊີຕາວັນອອກສຽງໃຕ້. ປາໃນທີ່ສາມາດນໍາໄປຂະຫຍາຍພັນໄດ້ນັ້ນຄວນມີອາຍຸ 6 ເດືອນຂື້ນໄປ ປາໄນສາມາດປະສົມພັນ ແລະ ວ່າງໄຂ່ໄດ້ເກືອບຕະຫລອດປີຖ້າມີການລ້ຽງດູ ແລະ ໃຫ້ອາຫານຢ່າງດີ ...
Read More