ເຕັກນິກການລ້ຽງສັດໃຫຍ່

ເຕັກນິກການເຮັດກ້ອນແຮ່ທາດອາຫານ

ແຫຼ່ງອາຫານທີ່ສໍາຄັນສໍາລັບການລ້ຽງສັດ ໃນບ້ານເຮົາ ແມ່ນທົ່ງຫຍ້າທໍາມະຊາດ ແລະ ເຟືອງ, ໂດຍສະເພາະໃນລະ ດູແລ້ງອາຫານຕົ້ນຕໍຂອງ ງົວ-ຄວາຍ ຈະມີແຕ່ໃບໄມ້, ຫຍ້າ ແຫ້ງ, ເຟືອງແຫ້ງ, ຊຶ່ງອາຫານເລົ່ານີ້ລ້ວນແຕ່ເປັນອາຫານທີ່ມີຄຸນນະພາບຕໍ່າ ເມື່ອສັດກິນເຂົ້າໄປກໍ່ບໍ່ສາມາດ ຍ່ອຍອາຫານ ເລົ່ານີ້ໄດ້ດີ, ບໍ່ສາມາດນໍາໄປເປັນປະໂຫຍດໄດ້ດີ, ບໍ່ສາມາດ ຕອບສະໜອງພະລັງງານ ແລະ ປະໂຣຕິນພຽງພໍ ໃຫ້ແກ່ຮ່າງ ກາຍຂອງສັດ ຊຶ່ງເປັນສາຍເຫດເຮັກໃຫ້ສັດຈ່ອຍ, ນໍ້າໝັກຫຼຸດ ສັດທີ່ໃຊ້ເປັນແຮງງານລາກແກ່ມີສະພາບທາງດ້ານສຸຂະພາບ ບໍ່ສົມບູນ ແລະ ກໍ່ບໍ່ພຽບພ້ອມໃນການອອກແຮງງານໃນລະດູ ການຜະລິດ ...
Read More

ເຕັກນິກການລ້ຽງງົວພື້ນເມືອງ

ການລຽ້ງງົວໂດຍທົ່ວໄປ ຕອນເຊົ້າປ່ອຍງົວໃຫ້ອອກໄປຫາກິນຫຍ້າຕາມແຄມຖະໜົນ, ຕາມປ່າໂຄກ ຫຼື ເສດເຟືອງຕາມທົ່ງນາ ພໍຮອດຍາມແລງກໍ່ຕ້ອນງົວເຂົ້າຄອກຕາມວິຖີການລ້ຽງແບບດັ່ງເດີມງົວອາດໄດ້ຮັບອາຫານບໍ່ພຽງພໍເຮັດໃຫ້ຮ່າງກາຍຂາດຄວາມສົມບູນ ການຈະເລີນເຕີບໂຕຊ້າ ນອກຈາກນັ້ນການຮັກສາສຸຂະພາບສັດເກືອບບົ່ມເລີຍກວ່າຈະສາມາດຂາຍໄດ້ຕ້ອງໃຊ້ເວລາຫລາຍປີ. I. ພັນງົວທີ່ນິຍົມລ້ຽງ 1. ງົວພື້ນເມືອງ: ເປັນງົວທິ່ີລຽ້ງງ່າຍ, ຫາກິນເກັ່ງ, ທົນທານຕໍ່ສະພາບແວດລ້ອມໄດ້ດີ ນໍ້າໜັກເມື່ອໃຫ່ຍເຕັມໄວໂຕແມ່ 230- 260 ກລ; ໂຕຜູ້ 300-400 ກລ. 2. ງົວລູກປະສົມ: ເປັນງົວທິ່ີມີຂະໜາດປານກາງນໍ້າໜັກເມື່ອເຕັມໄວໃຫ່ຍເຕັມໄວ ໂຕແມ່ 250-300 ກລ; ໂຕຜູ້ 400-500 ...
Read More

ການລ້ຽງໝູເປັນສິນຄ້າ ຂອງປະຊາຊົນ ບ້ານຄອນຄຳ ເມືອງປາກອູ

ບ້ານ ຄອນຄຳ ເປັນບ້ານໜື່ງທີ່ຂຶ້ນກັບເມືອງປາກອູ ແຂວງຫຼວງພະບາງ, ຊື່ງໄດ້ສ້າງຕັ້ງເປັນບ້ານມາແຕ່ປີ 1975 ຈົນຮອດ ປັດຈຸບັນ ທີ່ຢູ່ລຽບຕາມແຄມແມ່ນໍ້າອູ ແລະ ແຄມເສັ້ນທາງຫຼວງເລກທີ 13 ເໜືອ, ທິດເໜືອຕິດກັບບ້ານຫວ້ຍໂລ ທິດໃຕ້ຕິດກັບບ້ານຜາທີງທິດຕາເວັນ ອອກຕິດກັບບ້ານຫວ້ຍໂອດ ແລະ ທິດຕາເວັນຕົກຕິດກັບພູຊາມີຄອບຄົວທັງໝົດ 107 ຄອບຄົວ, ມີພົນລະເມືອງ 538 ຄົນ, ຍິງ 277 ຄົນ, ປະກອບມີ 1 ເຜົ່າຄື: ຊົນເຜົ່າລື້ປະຊາຊົນສ່ວນໃຫຍ່ມີອາຊີບເຮັດການກະສິກໍາເປັນຕົ້ນແມ່ນເຮັດນາ, ...
Read More

ການອານາໄມ ແລະ ຂ້າເຊື້ອຄອກສັດ

ການອານາໄມ ແລະ ຂ້າເຊື້ອຄອກສັດ ແມ່ນການຫຼຸດຜ່ອນ ຫຼື ກຳຈັດເຊື້ອພະຍາດຢູ່ໃນຄອກສັດໃຫ້ໝົດໄປ. ເພື່ອເຮັດໃຫ້ການອານາໄມ ແລະ ຂ້າເຊື້ອມີປະສິດຕິຜົນສູງຄວນປະຕິບັດຕາມ 3 ຂັ້ນຕອນ ດັ່ງຕໍ່ໄປນີ້  ຂັ້ນຕອນທີ່ 1 : ການອານາໄມ ຈຸດປະສົງຂອງການອານາໄມ້ຄອກສັດ ແມ່ນເພື່ອເອົາຂີ້ຝຸ່ນ ແລະ ສິ່ງເປີເປື້ອນຕ່າງໆອອກຈາກຄອກສັດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຖ້າບໍ່ດັ່ງນັ້ນການຂ້າເຊື້ອຈະບໍ່ໄດ້ຮັບຜົນດີ ແລະ ການອານາໄມຄວນປະຕິບັດດັ່ງນີ້: 1. ຍ້າຍສັດໄປໄວ້ບ່ອນອື່ນກ່ອນ ເພື່ອຈະໄດ້ອານາໄມຄອກສັດສະດ່ວນ ແລະ ສະອາດ 2. ຂູດ, ...
Read More

ຂໍ້ແນະນຳພະຍາດກາຝາກຂອງໝູ

ໝູສາມາດຕິດພະຍາດກາຝາກ ຊະນິດໂຕກົມຫຼາຍຊະນິດ ຊຶ່ງພະຍາດດງກ່າວຈະເຮັດໃຫ້ໝູໃຫຍ່ມີອັດຕາການຈະເລີນເຕີບໂຕຕ່ຳ ແລະ ຈະເຮັດໃຫ້ໝູນ້ອຍຖອກທ້ອງນໍ້າໜັກ ຫຼຸດ,ປອດອັກເສບ ແລະ ຕາຍໄດ້ ພະຍາດກາຝາກບາງຊະນິດຈາກໝູສາມາດຕິດແປດສູ່ຄົນໄດ້. 1. ພະຍາດແມ່ກາຝາກຂອງຫມູທີ່ຕິດແປດມາສູ່ຄົນ - ສາມາດຕິດເຊື້ອພະຍາດກາຝາກທີ່ເອີ້ນວ່າ: ພະຍາດລໍຊໍ (Trichinella) ຕົວແກ່ຂອງພະຍາດຈະອາໃສ່ຢູ່ໃນ ລຳໃສ້ໃນຂະນະທີ່ຕົວນາງຈະອາໃສຢູ່ໃນກ້າມຊີ້ນ. ພະຍາດນີ້ຈະບໍ່ເປັນອັນຕະລາຍຕໍ່ໝູ ສ່ວນສັດປະເພດອື່ນໆ ທີ່ກິນຊີ້ນໝູທີ່ເປັນພະຍາດນີ້ຈະບໍ່ສາມາດຕິດພະຍາດນີ້ໄດ້. ໝູທີ່ຕິດພະຍາດລໍຊໍ ໂດຍການກິນໝູທີ່ຕິດເຊື້ອພະຍາດນີ້ຢູ່. ນອກຈາກນີ້ຍັງສາມາດຕິດຈາກການກິນຊີ້ນໝູ (ຊີ້ນໝູດິບທີ່ຢູ່ໃນເສດອາຫານຂອງຄົນທີ່ນຳໄປໃຫ້ໝູກິນ) ດັ່ງນັ້ນ, ຊີ້ນໝູທີ່ຈະນຳໄປໃຫ້ໝູຕ້ອງສຸກກ່ອນການທີ່ຈະເຮັດໃຫ້ຊີ້ນໝູສຸກຈະຊ່ວຍຂ້າພະຍາດໄດ້. ຄົນເຮົາກໍ່ສາມາດຕິດເຊື້ອພະຍາດນີ້ຈາກການກິນຊີ້ນໝູດິບ . - ຖ້າລ້ຽງໝູແບບປະປ່ອຍ ...
Read More

ເຕັກນິກການລ້ຽງກະຕ່າຍ

ກະຕ່າຍເປັນສັດຂະໜາດນ້ອຍທີ່ກິນຫຍ້າ ແລະ ໝາກໄມ້ຫຼາຍຊະນິດເປັນອາຫານ, ລ້ຽງງ່າຍໃຊ້ສະຖານທີ່ບ່ອນລ້ຽງໜ້ອຍ, ໃຫ້ຜົນຜະລິດໄວ. ການລ້ຽງກະຕ່າຍມີຄຸນປະໂຫຍດທາງດ້ານວິທະຍາສາດ ແລະ ການແພດ, ນັ້ນຈາກນັ້ນຍັງສາມາດສະໜອງອາຫານທີ່ເປັນທາດຊີ້ນໃຫ້ແກ່ຄອບຄົວ, ສາມາດປະກອບເປັນອາຊີບເສີມທີ່ນຳລາຍໄດ້ໃຫ້ແກ່ຄອບຄົວໄດ້. I. ສະຖານທີ່ເໝາະສົມ ແລະ ວິທີການສ້າງຄອກລ້ຽງກະຕ່າຍ - ບ່ອນລ້ຽງກະຕ່າຍຄວນຢູ່ບ່ອນໂນນໍ້າບໍ່ຖ້ວມຂັງ, ມີອາກາດຖ່າຍເທສະດວກດີ, ສາມາດປ້ອງກັນສັດຕູໄດ້ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ - ຄອກກະຕ່າຍຄວນເຮັດສູງຈາກພື້ນດິນ 50 ຊັງຕີແມັດ. ເພື່ອປ້ອງກັນກິ່ນຍ່ຽວ, ພື້ນຄອກຄວນໃສ່ດ້ວຍໄມ້ດີ້ ຫຼື ຕາໜ່າງເຫຼັກຂະໜາດນ້ອຍພໍທີ່ຈະໃຫ້ຂີ້ລອດລົງໄດ້ ...
Read More

ເຕັກນິກການລ້ຽງໝູລາດແແບຂັງ

ຢູ່ບ້ານເຮົາ ການລ້ຽງໝູແມ່ນມີການນິຍົມລ້ຽງຢ່າງແຜ່ຫຼາຍບໍໍ່ວ່າໃນຕົວເມືອງ ຫຼື ຊົນນະບົດ ເຊິ່ງໃນນັັ້ນໝູລາດກໍໍ່ເປັນສັດຊະນິດໜຶ່ງທີ່ລ້ຽງງ່າຍ. ຊີ້ນໝູລາດມີລົດຊາດແຊບ ສາມາດສະໜອງອາຫານໃຫ້ແກ່ຄອບຄົວຊາວກະສິກອນ ແລະ ຂາຍໄດ້ທຸກທີ່ທຸກເວລາ. ນອກຈາກຈະໃຫ້ຊີ້ນເປັນອາຫານແລ້ວກໍໍ່ຍັງໃຫ້ຝຸ່ນເພືື່ອໃສ່ຕົ້ນໄມ້, ສວນຜັກ ແລະ ນໍາເຂົ້າໄດ້ອີກດ້ວຍ.ໝູລາດແມ່ນແນວພັນທີ່ປະຊາຊົນເຄີຍລ້ຽງມາແຕ່ບູຮານ, ອາຫານ ແລະ ແນວພັນແມ່ນສາມາດຫາໄດ້ໃນທ້ອງຖິ່ນ. ຊີ້ນໝູລາດເປັນທີ່ນິຍົມບໍລິໂພກພາຍໃນຄອບຄົວ ແລະ ເປັນທີ່ຕ້ອງການຂອງຕະຫລາດ. ຊາວກະສິກອນລາວ ໂດຍສະເພາະແມ່ນຜູ້ທີ່ອາໃສຢູ່ຊົນນະບົດເຂດພູດອຍມີມູນເຊື້ອໃນການລ້ຽງໝູລາດມາແຕ່ດົນນານແລ້ວ ຊຶ່ງເປັນພັນພື້ນເມືອງທີ່ຫາໄດ້ງ່າຍໃນເຂດບ້ານອ້ອມຂ້າງ ໂດຍມີການລົງທືນເລັກນ້ອຍຕາມຄວາມສາມາດຂອງແຕ່ລະຄອບຄົວ ຄືປະມານ 2-3 ໂຕ ເພືື່ອການໂພຊະນາການພາຍໃນຄອບຄົວ ແລະ ຍັງສາມາດສ້າງລາຍຮັບໄດ້ນໍາອີກດ້ວຍ. I ...
Read More

ເຕັກນິກການຜະລິດລູກແບ້

ການລ້ຽງແບ້ຜະລິດລູກແບ້ ແມນວິທີການລ້ຽງແບ້ທົ່ວໄປແຕ່ໃຫ້ຄວາມສໍາຄັນກ່ຽວກັບການຄັດເລືອກພໍ່ແມ່ພັນ ແລະ ການອານຸບານແບ້ນ້ອຍເກີດໃໝ່ເພືື່ອໃຫ້ມີເປີເຊັນການຫຼອດຕາຍສູງສຸດ. ການອານຸບານແບ້ນ້ອຍມີຄວາມສໍາຄັນຫຼາຍ ເພາະໃນຊ່ວງເວລາແບ້ນ້ອຍເກີດໃໝ່ຫາຢ່ານົມເປັນຊ່ວງທີ່ອັນຕະລາຍທີ່ສຸດ ຖ້າເຮົາບໍ່ເອົາໃຈໃສ່ຢ່າງຈິງຈັງ ແລະ ຖືກຕ້ອງຕາມເຕັກວິຊາການ. ເມືື່ອສຸຂະພາບແບ້ນ້ອຍແຂງແຮງສົມບູນດີກໍ່ຈະເຮັດໃຫ້ແບ້ນ້ອຍມີເປີເຊັນຫຼອດຕາຍສູງ ເຮັດໃຫ້ຝູງແບ້ຂອງເຮົາຂະຫຍາຍຕົວໄວຊາວກະສິກອນຜູ້ລ້ຽງແບ້ຈະມີລາຍຮັບຈາກການຂາຍແບ້ເພີ່ມຂື້ນສາມາດສ້າງອາຊີບເສີມ ຫຼື ເປັນອາຊີບຫຼັກໄດ້. I. ຂັ້ນຕອນການຜະລິດລູກແບ້ 1 ການເລືອກສະຖານທີ່ ແລະ ການປູກສ້າງຄອກ 1.1 ການເລືອກສະຖານທີ່ • ເລືອກສະຖານທີື່ເປັນພື້ນທີ່ໂນນ ແລະ ແຫ້ງເພືື່ອຮັບປະກັນບໍ່ໃຫ້ນໍ້າຖ້ວມເວລາຝົນຕົກ. • ຫ່າງໄກຈາກເຮືອນປະມານ 10 ...
Read More

ເຕັກນິກການລ້ຽງແບ້

ແບ້ເປັນສັດຊະນິດໜຶື່ງທີ່ມີຂະໜາດນ້ອຍ, ມີຄຸນປະໂຫຍດໃຫ້ຜົນຜະລິດທັງຊີ້ນ, ນົມ ແລະ ຂົນ ເຊິື່ງສາມາດເປັນແຫຼ່ງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົົ່າໄດ້. ໃນປະຈຸບັນ, ຄວາມຕ້ອງການບໍລິໂພກຊີ້ນແບ້ທັງພາຍໃນ ແລະ ສົົ່ງອອກແມ່ນຍັງມີສູງ. ແບ້ແມ່ນມີຄວາມສໍາຄັນ ແລະ ເໝາະສົມສໍາລັບຊາວກະສິກອນທີ່ທຸກຍາກ ຫຼື ຜູ້ທີ່ບໍ່ສາມາດລົງທຶນຫຼາຍ ແລະ ຕ້ອງການພືື້ນທີ່ໜ້ອຍ, ນອກນັ້ນ ຍັງພົບວ່າແບ້ມີອັດຕາການຂະຫຍາຍພັນສູງ. ແຕ່ຢ່າງໃດກໍ່ຕາມ, ການລ້ຽງແບ້ຂອງໃນໄລຍະທີ່ມາຜ່ານໃນ ສປປ ລາວ, ກໍ່ຍັງພົບຫຼາຍບັນຫາເປັນຕົ້ນແມ່ນ: ພະຍາດລະບາດ, ການຂາດແຄນອາຫານ ແລະ ການໃຫ້ອາຫານບໍ່ພຽງພໍກັບຄວາມຕ້ອງການ, ການນໍາໃຊ້ເຕັກນິກຍັງບໍ່ທັນເໝາະສົມເທົົ່າທີ່ຄວນ, ແລະ ...
Read More

ເຕັກນິການປູກຫຍ້າລູຊີ ເພື່ອ ລ້ຽງງົວ, ຄວາຍ ແລະ ແບ້ ເປັນສິນຄ້າ

ເຕັກນິການປູກຫຍ້າລູຊີ ເພື່ອ ລ້ຽງງົວ, ຄວາຍ ແລະ ແບ້ ເປັນສິນຄ້າ ການປູກພືດສຳລັບການລ້ຽງງົວ, ຄວາຍ ແລະ ແບ້ ແມ່ນມີຫຼາຍຊະນິດທີ່ແຕກຕ່າງກັນທີ່ນິຍົມປູກໃນປັດຈຸບັນ ມື້ນີ້ພວກເຮົາຈະແນະນຳໃຫ້ທ່ານຮູ້ຈັກພືດຊະນິດໜຶ່ງທີ່ດີ ສຳລັບເປັນອາຫານສັດລ້ຽງຂອງທ່ານ ພ້ອມກັບຄຸນປະໂຫຍດ ແລະ ວິທີການປູກມາຝາກກັນນັ້ນກໍຄື ຫຍ້າລູ່ຊີ່. ເປັນຫຍັງ? ທ່ານຈຶ່ງຄວນປູກຫຍ້າລູ່ຊີ່ ເພື່ອເປັນອາຫານແກ່ສັດລ້ຽງຂອງທ່ານ.
  1. ເປັນຫຍ້າທີ່ມີຄຸນຄ່າທາງໂພຊະນາການສູງ ຈຶ່ງເໝາະສຳລັບເປັນອາຫານຂອງງົວ, ຄວາຍ, ແບ້...
  2. ລຳຕົ້ນ ແລະ ໃບມີລັກສະນະອ່ອນນຸ້ມ ແລະ ລຳຕົ້ນບໍ່ແຂງເກີນໄປຈຶ່ງກາຍເປັນສຸດຍອດອາຫານຂອງງົວ, ...
    Read More