ເຕັກນິກການລ້ຽງສັດນ້ຳ

ເຕັກນິກການລ້ຽງປາຄ້າວ

ປາຄ້າວ ຊື້ວິທະຍາສາດ Wallagonia attu (Bloch) ປາຄ້າວມີ 2 ຊະນິດຄື: ປາຄ້າວຂາວ ແລະ ປາຄ້າວດໍາ. ເປັນປາເນື້ອອ່ອນທີ່ເຫັນໄດ້ຫຼາຍຕາມແມ່ນໍ້າ ປະຈຸບັນເປັນປາທີ່ເລີ່ມຫາຍາກຫຼາຍຂື້ນ ເນື່ອຈາກມີການຈັບມາຮັບປະທານຫຼາຍຂື້ນ ເພາະເນື້ອປາມີຄວາມນຸ່ມ ໃຫ້ຊີ້ນຫຼາຍ, ຊີ້ນບໍ່ມີກ້າງ ໂດຍສະເພາະປາຄ້າວຂາວ ເປັນຊະນິດທີ່ນິຍົມຈັບມາຮັບປະທານ, ສ່ວນປາຄ້າວດຳມັກລ້ຽງເປັນປາສວຍງາມ. 1. ການເພາະພັນປາຄ້າວ ປາຄ້າວທີ່ໃຊ້ສຳລັບການເພາະພັນມາຈາກທຳມະຊາດ ແລະ ປ່ອຍລ້ຽງໃນໜອງໃນໄລຍະໜຶ່ງກ່ອນ. ກ່ອນຈະນຳແມ່ພັນປາມາສັກຮໍໂມນຄັ້ງທຳອິດດ້ວຍ suprefact ຂະນາດ 5 ໄມໂຄຣກຼາມ/ນໍ້າໜັກປາ ...
Read More

ເຕັກນິກການລ້ຽງອື່ງໃນອ່າງຊີເມັນ

1. ລັກສະນະອ່າງລ້ຽງອື່ງ - ອ່າງຊີເມັນຂະໜາດ 2x4x1 ແມັດ ຂອບອ່າງລຽບ - ພື້ນອ່າງເປັນຊາຍລະອຽດໜາ 50 ຊັງຕີແມັດ, ອີກຝັ່ງ ໜື່ງເຮັດເປັນອ່າງນ້ຳຂອບອ່າງສະເໝີກັນກັບພື້ນດິນຊາຍ. - ຫຼັງຄາຄຸມດ້ວຍຜ້າກັນແສງ 80%. - ຂອບອ່າງດ້ານເທີງວາງແຜ່ນສັງກະສີ ໃຫ້ດ້ານໜື່ງ ຂອງສັງກະສີເລີຍເຂົ້າມາໃນອ່າງປະມານ 38 ຊັງຕີແມັດ ເພື່ອ ກັນອື່ງໜີອອກຈາກອ່າງ. - ຕິດຕັ້ງສະປີງເກີ ແລະ ດອກໄຟຟ້າໃນອ່າງ 1 ຈຸດ ...
Read More

ເຕັກນິກການລ້ຽງແມງດາ

1. ການເລືອກສະຖານທີ ຄວນເລືອກສະຖານທີ່ທີ່ມີຄວາມສະຫງົບງຽບ ຂຸດເປັນ ໜອງ 4 ຫຼ່ຽມຂະໜາດພໍປະມານຂື້ນ ຢູ່ກັບຄວາມຕ້ອງກາວ່າ ຈະລ້ຽງຫຼາຍ ຫຼື ໜ້ອຍ, ຈາກນັ້ນປ່ອຍນໍ້າແຊ່ໄວ້ປະມານ 30 ຊັງ ຕີແມັດ ຫຼື ລ້ຽງໃນຖັງພາລາສະຕິກຂະໜາດ 1.000 ລິດກໍ່ໄດ້. ປົກຄຸມໜອງດ້ວຍຕາໜ່າງ ເພື່ອປ້ອງກັນແມງດາຫຼົບໜີ. 2. ການກິນອາຫານຂອງແມງດາ ວິທີຈັບເຫຍື່ອກິນຂອງແມງດາ ຈະເກາະຕາມກໍຫຍ້າບໍ່ ເໜັງຕິງໂດຍປ່ອຍໃຫ້ເຫຍື່ອບໍ່ວ່າຈະເປັນ: ລູກຮວກ, ລູກກຸ້ງ ຫຼື ລູກປາ ...
Read More

ເຕັກນິກການລ້ຽງກຸ້ງຝອຍໃນອ່າງຊີເມັນ

ກຸ້ງຝອຍໂດຍປົກກະຕິຕາມທຳມະຊາດ ຈະພົບເຫັນຕາມ ແມ່ນໍ້າ, ຫ້ວຍ, ຮ່ອງ, ໜອງຕ່າງໆ ແຕ່ປັດຈຸບັນບໍ່ຄ່ອຍຈະມີ ໃຫ້ເຫັນກັນຫຼາຍເນື່ອງຈາກກຸ້ງຝອຍ ເປັນທີ່ຕ້ອງການຂອງຕະຫຼາດຢ່າງຫຼວງຫຼາຍເປັນທີ່ນິຍົມບໍລິໂພກ ຫຼື ນຳມາເປັນອາຫານ ຂອງສັດຊະນິດອື່ນ. ສະນັ້ນຊາວກະສິກອນບາງຄົນຈຶ່ງຫັນມາ ໃຫ້ຄວາມສົນໃຈລ້ຽງກັນຫຼາຍຂື້ນ ເນື່ອງຈາກຕົ້ນທຶນຕໍ່າ ແລະ ການຂະຫຍາຍພັນຂອງກຸ້ງຝອຍນັ້ນຂະຫຍາຍພັນງ່າຍ, ໃຊ້ເວ ລາລ້ຽງບໍ່ດົນ. ແຕ່ປັນຫາໃນການລ້ຽງກໍ່ມີແຕກຕ່າງກັນອອກໄປ. 1. ການກຽມອ່າງຊີເມັນກ່ອນປ່ອຍກຸ້ງຝອຍ  ວັດຖຸອຸປະກອນທີ່ໃຊ້ - ຕົ້ນກ້ວຍແກ່. - ເກືອທະເລ 1-2 ກຳມື ...
Read More

ວິທີການລ້ຽງປູນາແບບງ່າຍໆລາຍໄດ້ດີ

ປູນາເປັນປູນ້ຳຈືດທີ່ພົບຫຼາຍໃນຊ່ວງລະດູເຮັດນາ ແລະ ບໍລິເວນທີ່ມີນ້ຳຂັງທົ່ວໄປ. ລັກສະນະທົ່ວໄປຈະມີອອງ ໂຄ້ງໂນນ, ຜີວມັນລຽບທັງສ່ວນອອງ, ກ້າມ ແລະ ຂາສ່ວນ ໃຫຍ່ມີສີມ່ວງດຳ ແລະ ສີເຫຼືອງມັກຂຸດຮູອາໃສຢູ່ຕາມທົ່ງນາ, ຄັນນາ ແລະ ຕາມແຄມນໍ້າທີ່ສາມາດສັງເກດເຫັນເປັນຮູລັກສະ ນະກົມຮຽວຕາມຂະໜາດລຳໂຕ. ຊຶ່ງປັດຈຸບັນແມ່ນມີຈຳນວນ ຫຼຸດໜ້ອຍຖອຍລົງອັນເນື່ອງມາຈາກການຳໃຊ້ສານເຄມີ ແລະ ຢາປາບສັດຕູພືດ ໃນພື້ນທີ່ການຜະລິດ ແຕ່ຄວາມຕ້ອງການ ຂອງຕະຫຼາດພັດສູງ ຈິ່ງເຮັດໃຫ້ຊາວກະສິກອນ ບາງກຸ່ມນຳມາ ລ້ຽງເພື່ອຂາຍເປັນສິນຄ້າສ້າງລາຍຮັບແກ່ຄອບຄົວ. ສຳລັບ ຄົນທີ່ມີພື້ນທີ່ນ້ອຍ ຫຼື ຢາກລົງທຶນລ້ຽງປູນາແບບບໍ່ໃຊ້ຕົ້ນທຶນ ...
Read More

ການລ້ຽງປາຄໍ່ໃນອ່າງຊີເມັນ

ປາຄໍ່ເປັນປານ້ຳຈືດຊະນິດໜື່ງ ທີ່ມີຄຸນຄ່າທາງດ້ານ ເສດຖະກິດ, ອາໄສຢູ່ໃນແຫຼ່ງນ້ຳຈືດທົ່ວໄປ. ເປັນປາທີ່ມີລົດ ຊາດແຊບ, ມີກ້າງນ້ອຍສາມາດນຳມາປະກອບອາຫານ ໄດ້ຫຼາຍ ຊະນິດ. ໂດຍທຳມະຊາດແລ້ວປາຄໍ່ ເປັນປາປະເພດກິຊີ້ນ, ກິນ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳລວມທັງປານ້ອຍ ແລະ ແມງໄມ້ ຕ່າງໆໃນນໍ້າເປັນອາຫານ. ເມື່ອຂາດແຄນອາຫານຈະເຮັດໃຫ້ ປາຄໍ່ໂຕໃຫຍ່ຫັນມາກິນປາຄໍ່ນ້ອຍ. ການລ້ຽງປາຄໍ່ຈິ່ງເປັນເລື້ອງ ສຳຄັນຫຼາຍເພາະຖ້າຂາດແຄນອາຫານປາຈະກິນກັນເອງ. 1. ການກຽມອ່າງຊີເມັນ ອ່າງຊີເມັນຄວນເຮັດໄວ້ຫຼາຍໆອ່າງ ເຊັ່ນ: ອ່າງອະນຸບານ ລູກປາຄວນມີຂະໜາດ 2x3 ແມັດ ຫຼື 2x2 ...
Read More

ເຕັກນິການລ້ຽງ ແລະ ການຂະຫຍາຍພັນປາເໝັ້ນ

ປາເໝັ້ນເປັນປານໍ້າຈືດຊະນິດໜຶ່ງ Osphronemus exodn ມີແຫຼ່ງກຳເນີດ, ,ແຜ່ຂະຫຍາຍພັນໃນພາກພື້ນອາຊີອາຄະເນ ແລະ ເປັນປາພື້ນເມືອງຂອງລາວເຊິ່ງພົບເຫັນຫຼາຍໃນອ່າງນໍ້າງື່ມ, ແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຂອງໃນ ສປປ ລາວ. ປາເໝັ້ນຂະນາດໃຫ່ຍສຸດ ເຊີ່ງມີນໍ້າໜັກ 6-7 ກີໂລກຼາມ ມີຄວາມຍາວ 65 ຊັງຕີແມັດ ຢູ່ໃນຕະກຸນດຽວກັນກັບປາສະລິດແຕ່ມີຂະໜາດໃຫ່ຍກວ່າມີຊີ້ນແໜ້ນ, ນຸ້ມ ແລະ ມີລົດຊາດແຊບດີ ເຊີ່ງໄດ້ຮັບຄວາມນິຍົມຈາກປະຊາຊົນຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ສາມາດປຸ່ງແຕ່ງອາຫານໄດ້ຫຼາຍຊະນິດ, ປາເໝັ້ນ ເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວມີຄວາມທົນທານກັບສະພາບແວດລ້ອມ ...
Read More

ເຕັກນິກການອະນຸບານລູກປາ

ການອະນຸບານປາໂດຍທົ່ວໄປແລ້ວຈະແບງເປັນສອງຂັ້ນຕອນໃຫຍຄື: ການອະນຸບານປາທີ່ແຕກໃໝ່ໄປຈົນຮອດອາຍຸໄດ້ 7-10 ວັນ ແລະ ການອະບານນັບແຕ່ອາຍຸ 10 ມື້ - 21 ມື້ ຫຼື 1 ເດືອນ . I. ການອະນຸບານປາທີ່ແຕກໃໝ່ຈົນຮອດອາຍຸ 3 ມື້. 1. ການກຽມອຸປະກອນ. ກ່ອນຈະມີການຟັກໄຂອຸປະກອນດັ່ງກ່າວຕ້ອງໄດ້ມີການ ຂ້າເຊື້ອມາແລ້ວ ດັ່ງນັ້ນອຸປະກອນທີ່ໃຊ້ຟັກໄຂ່ສ່ວນຫຼາຍແມ່ນຈະສືບຕໍ່ການອະນຸບານປາອາຍຸແຕ່ 3 ມື້ຈົນໄປຮອດ 7 – 10 ມື້ເຊັ່ນ: ...
Read More

ເຕັກນິກການລ້ຽງອ່ຽນ

ຮູບຮ່າງລັກສະນະ ລໍາຕົວກົມຮຽວຍາວ, ສ່ວນໜ້າ ແລະ ກາງລຳຕົວມີຈະກົມຄ້າຍທໍ່ນ້ຳ, ສ່ວນຫາງຮຽວສ້ວຍ ແລະ ແປດ້ານຂ້າງ, ສ່ວນຫົວມີຂະໜາດໃກ້ຄຽງກັບລຳຕົວ, ປາກຮຽວນ້ອຍ ແລະ ຢື່ນໄປທາງດ້ານໜ້າ, ຕາມີຂະໜາດນ້ອຍ, ສ່ວນຫາງຮຽວຍາວ ແລະ ແປທາງດ້ານຂ້າງ, ຜິວລຳຕົວມີເມືອກມືນປົກຄູມ, ບໍ່ມີເກັດ ແລະ ຄີ. ລຳຕົວມີສີນ້ຳຕານແດງ, ດ້ານເທິງລຳຕົວມີສີນ້ຳຕານເຂັ້ມ, ສ່ວນດ້ານທ້ອງມີສີຈາງ. ລຳຕົວຂະໜາດຍາວປະມານ 40-60 ຊມ, ມັກພົບຢູ່ຕາມຫ້ວຍ, ແຄມນ້ຳ, ທົ່ງນາ, ບືງໜອງ ...
Read More

ເຕັກນິກການລ້ຽງກົບ

ກົບເປັນສັດທີ່ມີກະດູກສັນຫຼັງ. ເລີ່ມພັດທະນາການມາຈາກສັດນ້ໍາຄ້າຍຄືຈໍາພວກປາໂດຍຄືລູກກົບ (ຮວກ) ຈະດໍາລົງຊີວິດຢູ່ໃນນໍ້າ ແລະ ຫາຍໃຈດ້ວຍຟື້ນຟືມເໝືອນກັນກັບປາ, ຕໍ່ມາຈິ່ງຍ້າຍຂຶ້ນມາຢູ່ເທິງບົກ, ເພາະສະນັ້ນເພີ່ນຈຶ່ງເອີ້ນວ່າ: ສັດເຄິ່ງບົກ-ເຄິ່ງນໍ້າ. ກົບມີລໍາຕົວສັ້ນ, ບໍ່ມີຫາງ, ບໍ່ມີຄໍ, ສາມາດເຄື່ອນທີ່ໄດ້ຢ່າງວ່ອງໄວຢູ່ເທິງບົກເພາະວ່າກັບມີຂາຫຼັງທີ່ແຂງແຮງ 1 ຄູ່ ສາມາດໂດດເຕັ້ນໄດ້ໄກ. ປະໂຫຍດຈາກການລ້ຽງກົບ: ກົບສາມາດນໍາໃຊ້ເປັນອາຫານ ແລະ ນິຍົມບໍລິໂພກຫຼາຍເພາະຊີ້ນຂອງກົບມີທາດຊີ້ນ (ໂປຣຕີນ) ສູງເປັນອາຫານທີ່ມີລົດຊາດແຊບດີ, ສາມາດປຸງແຕ່ງອາຫານໄດ້ຫຼາຍຢ່າງຫຼາຍຊະນິດຄື: ຂົ້ວກົບ, ຍໍາກົບ, ຜັດກົບ, ອົ່ວກົບ, ປິ່ນກົບ, ກົບແຫ້ງ, ກົບຢ່າງ ...
Read More