ພະຍາດເຕົ້າໂຮມເລືອດ ງົວ,ຄວາຍ

ພະຍາດເຕົ້າໂຮມເລືອດງົວ ຄວາຍເປັນພະຍາດຕິດແປດສຳລັບງົວຄວາຍທີ່ມີ ອາຍຸ 6 ເດືອນຂື້ນໄປຊຶ່ງມີສາຍເຫດມາຈາກເຊື້ອບັກເຕເຮັຍຊະນິດໜຶ່ງ ພະຍາດນີ້ເປັນພະຍາດແຜ່ລະບາດໃນທຸກໆລະດູການແຕ່ມີການແຜ່ລະບາດຫຼາຍໃນທ້າຍລະດູແລ້ງຕໍ່ໃສ່ລະດູຝົນໃນໄລຍະອາກາດມີການປ່ຽນແປງສູງ ພະຍາດເຕົ້າໂຮມເລືອດງົວຄວາຍເປັນພະຍາດທີ່ປ້ອງກັນໄດ້

1 ການຕິດຕໍ່ ແລະ ການລະບາດຂອງພະຍາດເຕົ້າໂຮມເລືອດງົວ ຄວາຍ

ໃນເມືອມີສັດໂຕໃດໂຕໜຶ່ງເຈັບມັນກໍ່ຈະລະບາຍເຊື້ອພະຍາດອອກທາງຂີ້ມູກ ນໍ້າລາຍ ແລະ ນໍ້າຍ່ຽວ ແລະ ເຊື້ອພະຍາດກໍ່ຈະກະຈາຍໄປຕາມທົ່ງຫຍ້າ ແລະ ແຫຼ່ງນໍ້າ ແລະ ເວລາງົວ ຄວາຍກິນຫຍ້າ ຫຼື ນໍ້າທີ່ມີເຊື້ອພະຍາດນີ້ເຂົ້າໄປມັນກໍ່ຈະຕິດພະຍາດ ແລະ ຕິດຕໍ່ກັນໄປເລື້ອຍໆ

ເມື່ອມີສັດຕາຍຍ້ອນພະຍາດນີ້ເຈົ້າຂອງສັດບໍ່ຈູດ ຫຼື ຝັງສາກສັດຖີ່ມແຕ່ເອົາສາກສັດໄປຖີ່ມໃນໜອງນໍ້າ ຫຼື ເອົາໄຫຼໄປຕາມແມ່ນໍ້າເຮັດໃຫ້ງົວ ຄວາຍໂຕອື່ນທີ່ມາກິນນໍ້າຕິດພະຍາດໄປຕາມໆກັນ

ເມື່ອສັດຕາຍຍ້ອນພະຍາດເຈົ້າຂອງສັດພາກັນຄົວສັດແລ້ວແບ່ງກັນໄປກິນເຮັດໃຫ້ພະຍາດກະຈາຍອອກໄປສູ່ວົງກວ້າງ ແລະ ຕິດແປດໃສ່ສັດໂຕອື່ນ

  • ອາການຂອງພະຍາດເຕົ້າໂຮມເລືອດງົວ ຄວາຍ

ອາການຂອງພະຍາດເຕົ້າໂຮມເລືອດງົວ ຄວາຍສະແດງອອກຫຼາຍຮູບການຄື

  1. ກະທັນຫັນ ຫາຍໃຈຫອບ,ໂຕສັ່ນຄອງຄາງກະໄຕບວມ ຫາຍໃຈຍາກ ແລະ ມີສຽງດັງຜິດປົກກະຕິ ນໍ້າມູກໜຽວແກມເລືອດ(ຮູຄໍຕີບ) ສັດຈະຕາຍພາຍໃນ 2-4 ຊົວໂມງ
  2. ຮ້າຍແຮງ ສັດບໍ່ກິນຫຍ້າ, ບໍ່ຄ້ຽວເອື້ອງ ທ້ອງເບັງຕໍ່ມາຈະມີອາການຂີ້ຈວກເປັນເລືອດແລ້ວກໍ່ຕາຍສັດຈະຕາຍພາຍໃນ 2-3 ຊົ່ວໂມງ
  3. ຊໍາເຮື້ອ ສັດໄອ ນໍ້າມູກປົນໜອງ ຫຼື ແກມເລືອດມີອາການບວມເລີ່ມຈາກກ້ອງຄາງລາມມາຫາໜ້າ ແລະ ກ້ອງຄໍເຮັດໃຫ້ສັດຫາຍໃຈມີສຽງກົນ ແລະ ບາງຄັ້ງສັດຈະຍ່າງຂາເຄ

https://www.google.com/search?q=%E0%B8%9E%E0%B8%B0%E0%B8%A2%E0%B8%B2%E0%B8%94%E0%B8%87%E0%B8%A7%E0%B8%84%E0%B8%A7%E0%B8%B2%E0%B8%A2&tbm=isch&tbs=rimg:CVtaeTAZLBbWIjjQhaSURY6JqsFoUd96lfhEdiJAHflxkJPwV6htAuC5jpoLc44RPpVFH56FWihjsNE2PzTgvw3zWioSCdCFpJRFjomqEaP-eXGAmgi2KhIJwWhR33qV-EQRMCKwoKRJ_1EQqEgl2IkAd-XGQkxHEu3tflGZPkyoSCfBXqG0C4LmOEbJBOBB0CqoYKhIJmgtzjhE-lUUR2Lk7TAiOzWcqEgkfnoVaKGOw0RHT5qeQtUMEzyoSCTY_1NOC_1DfNaEU9RZRq8NYNv&tbo=u&sa=X&ved=2ahUKEwisi4_f7Y_gAhUHY48KHTV9DAcQ9C96BAgBEBg&biw=1440&bih=740&dpr=1#imgrc=btBSJXdFB8NNcM:

  • ວິທີປ້ອງກັນ

1.​ສັກຢາປ້ອງກັນພະຍາດເຕົ້າໂຮມເລືອດໃຫ້ງົວ ຄວາຍຂອງທ່ານປີລະ 2 ເທື່ອ(ທຸກໆ 6 ເດືອນ)

  1. ຫ້າມບໍ່ໃຫ້ຜ່າສາກສັດຕາຍຍ້ອນພະຍາດ
  2. ຫ້າມເດັດຂາດບໍ່ໃຫ້ບໍລິໂພກຊີ້ນສັດຕາຍຍ້ອນພະຍາດ
  3. ຕ້ອງຝັງ ຫຼື ເຜົາສາກສັດຕາຍ ຫ້າມບໍ່ໃຫ້ເອົາສາກສັດຕາຍຖີ້ມລົງຫວ້ຍນໍ້າລໍາເຊເດັດຂາດ
  4. ໃນກໍລະນີມີການລະບາດເຕົ້າໂຮມເລືອດງົວຄວາຍຫ້າມບໍ່ໃຫ້ມີການເຄື່ອນຍ້າຍງົວ ແລະ ຄວາຍ ຫຼື ເຂົ້າໃນເຂດພະຍາດລະບາດ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ

ແຫຼ່ງຂໍ້ມູນ: ກົມລ້ຽງສັດ ແລະ ການປະມົງ

ໝວດໝູ່: ພະຍາດສັດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:

ເບີໂທຕິດຕໍ່: