ພະຍາດປາກເປື່ອຍລົງເລັບງົວ,ຄວາຍ,ໝູ ແລະ ແບ້

ພະຍາດປາກເປື່ອຍລົງເລັບງົວ,ຄວາຍ,ໝູ ແລະ ແບ້


ແມ່ນພະຍາດຕິດແປດຮ້າຍແຮງທີ່ມັກເກີດກັບສັດປະເພດ ງົວ,ຄວາຍ,ໝູແບ້ ແລະ ສັດປະເພດເລັບຄູ່. ສັດຈະມີອາການປາກເປື່ອຍ ແລະ ຕີນເປື່ອຍ ສັດທີ່ຕິດພະຍາດນີ້ຈະເສຍອົງຄະ ແລະ ສັດເກີດໃໝ່ອາດຈະຕາຍໄດ້
I ອາການຂອງພະຍາດປາກເປື່ອຍລົງເລັບ
1. ນໍ້າລາຍເຫີຍເປັນປວກຢ່າງບໍ່ຂາດສາຍ ຖ້າອ້າງປາກສັດອອກແລ້ວກວດເບິ່ງໃນປາກຈະເຫັນລີ້ນແລະ ແຂ້ວໂພງເປັນຕຸ່ມ
2. ສັດຈະຢືນຊຶງຢູ່ບ່ອນເກົ່າ ກິນຫຍ້າບໍ່ໄດ້ ແລະ ຫຼັງຈາກນັ້ນ 5-7 ວັນສັດຈະມີອາຫານຍ່າງຂາຫ້ານເນື່ອງຈາກເຈັບງ່າມຕີນ
3. ໝູຈະມີອາການຕ່າງຈາກງົວ ແລະ ຄວາຍຄື: ຕາມຂໍ້ຕໍ່ກະດູກ ໝາກເວີ້ດັງຈະໄຄ່ ມີຕຸ່ມເປື່ອກ ຍ່າງຂາຫ້ານເນື່ອງຈາກເຈັບງ່າມຕີນ ແລະ ເຈັບເລັບສ່ວນຫຼາຍເລັບຈະຖອນອອກ


II ການຕິດຕໍ່ ແລະ ການແຜ່ລະບາດຂອງພະຍາດປາກເປື່ອຍລົງເລັບ
1. ສາມາດຕິດແປດໂດຍກົງຈາກສັດເຈັບທີ່ຢູ່ໃນຄອກດຽວກັນ ຫຼື ກິນຫຍ້າຮ່ວມທົ່ງດຽວກັນ
2. ເຊື້ອພະຍາດຈະລະບາຍອອກຈາກຮ່າງກາຍຂອງສັດເຈັບຜ່ານທາງຂີ້ມູກ ນໍ້າລາຍ ນໍ້າຍ່ຽວ
3. ສາມາດຕິດແປດໂດຍທາງອ້ອມຜ່ານຄົນ ສັດລ້ຽງ,ນົກ,ໝູ,ແມງໄມ້ ແລະ ຍານພາຫານະອື່ນໆເຊັ່ນ ກວຽນ,ລົດ ແລະ ອື່ນໆ
III ການສະກັດກັ້ນການແຜ່ລະບາດຂອງພະຍາດປາກເປື່ອຍລົງເລັບ
ຖ້າສັດຂອງທ່ານມີອາຫານສະແດງອອກຄ້າຍຄືວ່າເປັນພະຍາດປາກເປື່ອຍລົງເລັບທ່ານຄວນປະຕິບັດດັ່ງນີ້:
1. ລາຍງານໃຫ້ສັດຕະວະແພດບ້ານ ຫຼື ນາຍບ້ານໂດຍດ່ວນ
2. ບໍ່ຄວນຂາຍສັດອອກເພາະເພາະຈະເປັນການແຜ່ເຊື້ອພະຍາດໄປບ່ອນອື່ນ
3. ສັດຂອງທ່ານຈະບໍ່ຕາຍ ແລະ ຈະຂາຍໄດ້ລາຄາດີກວ່າຫຼັງຈາກທ່ານປົວໃຫ້ດີແລ້ວ
4. ຈົ່ງແຍກສັດທີ່ເຈັບອອກຈາກຝູງເພື່ອປິ່ນປົວ ແລະ ບໍ່ຄວນປ່ອຍ


IV ວິທີການປົວບາດຂອງສັດທີ່ເປັນພະຍາດປາກເປື່ອຍລົງເລັບໂດຍນໍາໃຊ້ຢ່າພື້ນບ້ານ
1. ບາດຢູ່ໃນປາກ ໝາກເຟືອງສົ້ມ ຫຼື ໝາກນາວ ປະສົມໃສເກືອແລ້ວໃຊ້ລ້າງບາດວັນລະ 2 ຄັ້ງ
2. ບາດຢູ່ຕີນ ຂ້ຽວເປືອກໄມ້( ເປືອກໄມ້ດູ່ ເປືອກໄມ້ເຄັງ)ແລ້ວເອົາທາໃສບາດນັ້ນວັນລະ 2 ຄັ້ງ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ກົມລ້ຽງສັດ ແລະ ການປະມົງ
ໝວດໝູ່: ພະຍາດສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/VT7NviihmOc” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>