ຄູ່ມືກ່ຽວກັບວິທີການກ້າຫວາຍແຍ້

ຄູ່ມືກ່ຽວກັບວິທີການກ້າຫວາຍແຍ້


ຫວາຍແຍ້ເປັນພືດປະເພດເຄືອທີ່ຈັດຢູ່ໃນຕະກຸນປາລເມຍ ຫຼື ອາເລັກຄາເຄຍ ແລະ ສະກຸນ ກາລາມຸສ ຊຶ່ງໃນປະຈຸບັນຫວາຍແຍ້ຍັງບໍ່ທັນກຳນົດຊື່ວິທະຍາສາດຂອງມັນໄດ້ເຊັດເຈນ ຫວາຍແຍ້ເປັນຫວາຍຊະນິດໜຶ່ງທີ່ປະຊາຊົນນິຍົມບໍລິໂພກມາແຕ່ດົນແລ້ວ ແລະ ສ່ວນໃຫ່ຍແມ່ນເກັບຈາກປ່າ
1 ການເກັບແກ່ນຫວາຍແຍ້
ຫວາຍແຍ້ທີ່ມີຕາມທຳມະຊາດຂອງບ້ານເຮົາຈະອອກດອກໃນທ້ານເດືອນກັນຍາຫາທ້າຍເດືອນພະຈິກ ຫຼັງຈາກນັ້ນດອກຫວາຍຈະຕິດກ່າຍເປັນໝາກນ້ອຍ ແລະ ໝາກຈະເລີ່ມແກ່ໃນທ້າຍເດືອນມີນາ ຫາ ເດືອນພຶດສະພາ ແກ່ນຫວາຍແຍ້ສຸກຈະສັງເກດເຫັນໄດ້ເມື່ອເປືອກຫຸ້ມໝາກແຍ້ມີສີເຫຼືອງແກມມົ່ນເມື່ອເຮົາແກະເປືອກອອກເຮົາຈະເຫັນນວນຫຸ້ມທາງດ້ານໃນເປັນສີນໍ້າຕານແດງ ເວລາເຮົາເອົາມາກິນຈະມີລົດຊາດສົ້ມແກມຫວານ ໃນເວລານັ້ນສາມາດນໍາເອົາແກ່ນແນວພັນແຍ້ມາທຳການກ້າ ແລະ ຂະຫຍາຍພັນໄດ້.ໃນການເກັບແກ່ນຫວາຍແມ່ນແນະນໍາໃຫ້ປີນຂື້ນຕົ້ນໄມ້ຂ້າງກັນແລ້ວຕັດງ່າທີ່ເປັນໝາກຂອງຕົ້ນທີ່ຍາກເກັບກູ້ນັ້ນ ແຕ່ກ່ອນຈະຕັດງ່າທີ່ເປັນໝາກນັ້ນຈະຕ້ອງມັດງ່າທີ່ມີໝາກໄວ້ກ່ອນແລ້ວຈິ່ງຕັດເພື່ອປ້ອງກັນບໍ່ໃຫ້ໝາກເສຍຫາຍຈາກການຕົກລົງດິນຕໍ່ຈາກນັ້ນກໍ່ແຍກໝາກອອກຈາກງ່າ ແລະ ໃນກໍລະນີ້ທີ່ຕ້ອງຂົນສົ່ງທາງໄກຕ້ອງໄດ້ເອົາໃສ່ຖົງ ຫຼື ໄຖ່ທີ່ສາມາດລະບາຍອາກາດໄດ້ດີ ຫ້າມໃຊ້ຖົງປຣາສະຕິກພາຍຫຼັງທີ່ຕັດເອົາແກ່ນຫວາຍມາແລ້ວຄວນເກັບໄວ້ໃນບ່ອນທີ່ມີຄວາມຊຸ່ມຊື່ນຕະຫຼອດເວລາໃນກໍລະນີທີ່ເຮົາບໍ່ສາມາດທຳການກ້າໄດ້ທັນທີ


2. ການກະກຽມກ້າແກ່ນຫວາຍ
ຫຼັງຈາກທີ່ເກັບແກ່ນແນວພັນຫວາຍມາແລ້ວຄວນລະວັງຢ່າໃຫ້ແກ່ນຫວາຍແຫ້ງເກີນໄປ ເວລາໄດ້ແກ່ນຫວາຍມາຕ້ອງທຳການແກະເປືອກດ້ານນອກເລີຍພ້ອມດຽວກັນນັ້ນໃຫ້ແກະເນື້ອເຍື່ອຫຸ້ມແກ່ນດ້ານໃນອອກແລ້ວກໍ່ລົງເອົາແຊ່ນໍ້າເຢັນປະໄວ້ 7-10 ວັນແຕ່ລະວັນຕ້ອງປ່ຽນນໍ້າທີ່ແຊ່ ທັງນີ້ກໍ່ເພື່ອປ້ອງກັນເຊື້ອລາ ແລະ ເພື່ອເປັນການກະຕຸ້ນໃກ້ແກ່ນຫວາຍງອກໄວກວ່າປົກກະຕິ ຫຼື ເອົາແກ່ນຫວາຍແຍ້ມາແຊ່ໃນນໍ້າໂດຍກົງເລີຍກໍ່ໄດ້ ຫຼັງຈາກນັ້ນກໍ່ເອົາແກ່ນຫວາຍມາກັ້ນໃຫ້ລະອຽດເພື່ອຈະເຮັດໃຫ້ເນື້ອເຍື່ອຫຸ້ມແກ່ນຫວາຍອອກໝົດແລ້ວຈຶ່ງນໍາເອົາແກ່ນຫວາຍໄປຫວ່ານໜານທີ່ໄດ້ກະກຽມໄວ້ ໃນການເອົານວນຫຼືເນື້ອແກ່ນຫວາຍອອກກໍ່ເພື່ອປ້ອງກັນບໍ່ໃຫ້ແມງໄມ້ ຫຼື ເຊື້ອລາມາທຳລາຍແກ່ນ
3. ການກະກຽມດິນກ້າແກ່ນຫວາຍ
ການອານາໄມພື້ນທີ່ສວນທີ່ຈະທຳການກ້າຫຼັງຈາກນັ້ນຈຶ່ງທຳການໄຖ່ ຄາດກ່ອນການກ້າແກ່ນໜຶ່າງອາທິດອພື່ອຕາກດິນໃຫ້ແຫ້ງ ແລະ ທັງເປັນການຂ້າເຊື້ອພະຍາດແລ້ວຈຶ່ງທຸບດິນໃຫ້ລະອຽດເກັບເສດໄມ້ ແລະ ເສດຫຍ້າອອກໃຫ້ໝົດແລ້ວຍົກລະດັບໜານໃຫ້ສູງປະມານ 15-20 ຊມ ປົນຊາຍ 1/3(ດິນ 3ສວນ ຊາຍ 1 ສວນ ແລະ ໃຊ້ຂີ້ເລື່ອຍຫຼືແກບຄຸມດ້ານເທິງໜານໜາ 3 ຊມ ໜານທີ່ຈະທຳການກ້າແກ່ນຫວາຍຈະຕ້ອງມີຕະຄ່າຍກັ້ງແສງແດດ 50% ປົກຄຸມແລະ ໜານກ້າຕ້ອງເຮັດສະຫຼຽງລະຫງ່າງທິດຕາເວັນຕົກ ແລະ ທິດຕາເວັນອອກ


4. ການກ້າແກ່ນ
ຫຼັງຈາກກຽມໜານເປັນທີ່ຮຽບຮ້ອຍແລ້ວນໍາເອົາແກ່ນທີ່ແຊ່ໄວ້ມາຫວ່ານໃສ່ໜານໄດ້ເລີຍການກ້າແກ່ນແຍ້ປົກກະຕິຈະທຳກັນໃນຊ່ວງເດືອນພຶດສະພາ ຫາ ເດືອນມິຖຸນາ ເພາະໄລຍະນີ້ອຸ່ນນະພູມດິນຟ້າອາກາດຮ້ອນອົບເອົ້າຊຶ່ງເຮັດໃຫ້ແກ່ນຫວາຍງອກໄດ້ດີ.ກ່ອນຈະຫວ່ານແກ່ນຫວາຍລົງໜານກ່ອນອື່ນຕ້ອງການຫົດນໍ້າໃຫ້ປຽກຊຸມໄປທົ່ວໜານກ້າເສຍກ່ອນຫຼັງຈາກນັ້ນຈຶ່ງຫວ່ານແກ່ນຫວາຍລົງໃສ່ໜານແລ້ວໃຊ້ຂີ້ເລື່ອຍຫຼືແກບປົກໜາປະມານ 1,5 ຊມ ເພື່ອຮັກສາຄວາມຊຸ່ມຊື່ນຂອງແກ່ນຫວາຍ ແລະ ພ້ອມທັ້ງເປັນການປ້ອງກັນບໍ່ໃຫ້ແກ່ນຫວາຍຟົ້ງອອກໃນເວລາຫົດນໍ້າ
5. ການບົ້ງເບ້ຍຫວາຍ
ແກ່ນຫວາຍແຍ້ຈະແຕກງອກພາຍຫຼັງໄດ້ 15 ວັນ ແລະ ຫຼັງຈາກນັ້ນກໍ່ຈະຄ່ອຍທະຍອຍເກີດຈົນເຖີງ 90 ວັນຈຶ່ງຄ່ອຍໝົດ ເມື່ອເບ້ຍແຍ້ມີອາຍຸໄດ້ 1 ເດືອນ ມັນຈະແຕກອອກເປັນໜຶ່ງໃບ ແລະ ມີຄວາມສູງປະມານ 3 ຊມ ແລະ ຮາກຂອງມັນກໍ່ບໍ່ທັນຍາວ ຊຶ່ງເປັນໄລຍະທີ່ເໝາະສົມທີ່ສຸດໃນການນໍຳໄປບົ້ງ ໜານຊໍາເບ້ຍແຍ້ຕ້ອງມີຕະຄ່າຍປົກທີ່ມີຮົ່ມ 50% ເພື່ອບໍ່ໃຫ້ແສງແດດຮ້ອນເກີນໄປ ຫຼັງຈາກນັ້ນອີກໜຶ່ງເດືອນຈຶ່ງຄ່ອຍເອົາຕາຄ່າຍອອກ
– ຂໍ້ຄວນລະວັງໃນການຍ້າຍບົ້ງ
1. ກ່ອນຈະຍ້າຍເບ້ຍຫວາຍຕ້ອງຫົດນໍ້າໃຫ້ປຽກຊຸ່ມເສຍກ່ອນ
2. ຄວນທຳການຍ້າຍບົ້ງໃນເວລາທີ່ບໍ່ມີແສງແດດຮ້ອນເກີນໄປ
3. ໃຊ້ໄມ້ແຂງຈີ້ມເບ້ຍຫວາຍ ແລະ ລະວັງບໍ່ໃຫ້ກະທົບຕໍ່ເບ້ຍອ່ອນທີ່ຢູ່ທາງຂ້າງ
4. ລະວັງຢ່າໃຫ້ແກ່ນຫວາຍທີ່ຕິດກັບເບ້ຍອ່ອນນັ້ນຫຼຸດອອກເພາະຈະເຮັດໃຫ້ເບ້ຍຫວາຍແຍ້ຕາຍ
5. ຢ່າໃຫ້ຮາກຫວາຍຂາດອອກຈາກເຫົ້ງາເພາະຈະເຮັດໃຫ້ເບ້ຍຫວາຍຈະເລີນເຕີບໂຕຊ້າ
ເບົ້າທີ່ຈະບົ້ງເບ້ຍແຍ້ນັ້ນຕ້ອງເຈາະຮູເລິກປະມານ 10-15 ຊມ ຂອງດ້ານເທິງໄວ້ເສຍກ່ອນ ແລະ ຫຼັງຈາກນັ້ນຈຶ່ງປ່ອນເບ້ຍຫວາຍລົງໃຫ້ຕັ້ງຊື່ເຄິງກາງຂອງຖົງເບ້ຍແລ້ວບີບດິນອ້ອມເບ້ຍໃຫ້ແໜ້ນ ປົກກະຕິຖົງຢາງທີ່ເພີ່ນໃຊ້ຮ່າຍເບົ້າແຍ້ມີຂະໜາດແຕ່3/5 X7 – 4/6×10 ໂດຍເອົາດິນປົນກັບຊາຍໃນອັດຕາໜຶ່ງສ່ວນສາມຂອງຖົງຢາງ
6. ການບໍາລຸງຮັກສາເບ້ຍຫວາຍແຍ້
ໝັ່ນກວດສອບເບິ່ງເບ້ຍຫວາຍຢ່າງສະໝໍ່າສະເໝີເມື່ອເຫັນວ່າມີເບ້ຍທີ່ອ່ອນແອນັ້ນກໍ່ທຳການເສຍຫຍ້າຢູ່ເລື້ອຍໆເພື່ອບໍ່ໃຫ້ຫຍ້າຂື້ນປົກຄຸມເບ້ຍ ແລະ ຫົດນໍ້າທຸກເຊົ້າແລງຫຼັງຈາກເບ້ຍຫວາຍປູກໄດ້ 45 ວັນ ຄວນນໍາຝຸ່ນມາໃສ່ສູດ 15-15-15 ໃນປະລິມານ 1 ບ່ວງແກງ/ນໍ້າ 20 ລິດຫ່າງກັນປະມານ 15 ວັນຕໍ່ຄັ້ງແລະ ຈຶ່ງຄ່ອຍເພີ່ມຂື້ນ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ຄຳພອນ ແສງດາລາ ກົມປູກຝັງ
ໝວດໝູ່: ການຂະຫຍາຍພັນພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/Pt7OFaL5oIk” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>