ນໍ້າໝັກສະໝຸນໄພ 7 ລົດປ້ອງກັນກຳຈັດແມງໄມ້ສັດຕູພືດທຸກຊະນິດ

ນໍ້າໝັກສະໝຸນໄພ 7 ລົດປ້ອງກັນກຳຈັດແມງໄມ້ສັດຕູພືດທຸກຊະນິດ


ນໍ້າໝັກສະໝຸນໄພ 7 ລົດເປັນສູດທີ່ປະສົມຂື້ນມາຈາກສະໝຸນໄພທີ່ມີລົດຈືດ,ຂົມ,ຝາດຫອມລະເຫີຍ ແລະ ເຜັດຮ້ອນ ຫຼື ອາດເວົ້າໄດ້ວ່າເປັນສູດທີ່ລວມລົດຂອງສະໝຸນໄພທີ່ມີຄຸນສົມບັດໃນການກຳຈັດແມງສັດຕູພືດເຂົ້າໄວ້ສູດດຽວກັນເພື່ອເພີ່ມປະສິດຕິພາບໃນການປ້ອງກັນໃນການກຳຈັດແມງສັດຕູພືດເຂົ້າໄວ້ໃນສູດດຽວກັນເພື່ອເພີ່ມປະສິດຕິພາບໃນການປ້ອງກັນກຳຈັດແມງສັດຕູພືດຜັກ ຊຶ່ງມີຄວາມຫຼາກຫຼາຍ ແລະ ສາມາດພັດທະນາຄວາມຕ້ານມານສານກຳຈັດແມງໄດ້ພາຍໃນເວລາບໍ່ດົນ ດັ່ງນັ້ນການລວມພິດຂອງພືດທີ່ມີຜົນຕໍ່ລະບົບການເຮັດວຽກຂອງແມງສັດຕູພືດເອົາໄວ້ພາຍໃນສູດດຽວກັນ ຈຶ່ງເປັນອີກໜຶ່ງວິທີທີ່ຈະລົດບັນຫາການດື້ຢາຂອງແມງໄມ້ລົດໄດ້.
ໂດຍການເຮັດນໍ້າໝັກສະໝຸນໄພ 7 ລົດ ເປັນການເລືອກເອົາສະໝຸນໄພຕ່າງໆມາເຮັດນໍ້າໝັກຈຸລິນຊີຊີວະພາບເພື່ອປະໂຫຍດທາງການກະເສດຈຶ່ງສາມາດໃຊ້ໄດ້ກັບນາເຂົ້າ ແລະ ພືດຜັກທຸກຊະນິດ.
ນໍ້າໝັກສະໝຸນໄພ 7 ລົດປະກອບດ້ວຍ.
1. ສະໝຸນໄພລົດຈືດ ໄດ້ແກ່: ໃບກ້ວຍ,ໃບຜັກບົ້ງ ແລະ ພືດສະໝຸນໄພທີ່ມີລົດຈືດທຸກຊະນິດ.
ຄຸນປະໂຫຍດ: ຈະເປັນຝຸ່ນບໍາງລຸງດິນ ໃຫ້ດິນມີຄວາມຜົງ ແລະ ເຮັດໃຫ້ດິນບໍ່ແຂງ ແລະ ສາມາດໃຊ້ບໍາບັດນໍ້າ ເສຍໄດ້ດ້ວຍ.
2. ນໍ້າໝັກສະໝຸນໄພລົດຂົມ ໄດ້ແກ່: ໃບຂົມກະເດົາ,ເຄືອເຂົາຮໍ,ໃບຂີ້ເຫຼັກ ແລະ ພືດສະໝຸນໄພທີ່ມີລົດຂົມທຸກຊະນິດ.
ຄຸນປະໂຫຍດ: ສາມາດຂ້າເຊື້ອເບັກທີເລຍເພື່ອສ້າງພູມຄຸ້ມກັນໃຫ້ແກ່ພືດ.
3. ສະໝຸນໄພລົດຝາດ ໄດ້ແກ່: ປີກ້ວຍ,ເປືອກມັງຂຸດ,ເປືອກໝາກສີດາ,ໝາກຍົມຫວານ ແລະ ພື ສະ
ໝຸນໄພທີ່ມີລົດຝາດທຸກຊະນິດ.
ຄຸນປະໂຫຍດ: ຂ່າເຊື້ອຣາໃນໂລກພືດທຸກຊະນິດ.
4. ນໍ້າໝັກສະໝຸນໄພລົດເບື່ອເມົາ ໄດ້ແກ່: ຫົວກອຍ,ໃບໝາກເຍົາ,ໃບໝາກຄຽບ ແລະ ພືດສະໝຸນໄພທີ່ມີລົດເບື່ອເມົາທຸກຊະນິດ.
ຄຸນປະໂຫຍດ: ຂ້າເພ້ຍ,ໜອນ ແລະ ແມງໄມ້ໃນພືດຜັກທຸກຊະນິດ.
5. ນໍ້າໝັກສະໝຸນໄພລົດສົ້ມ ໄດ້ແກ່: ໝາກຂີ້ຫູດ,ໝາກນາວ,ຈະຈຽບ ແລະ ພືດສະໝຸນໄພທີ່ມີລົດສົ້ມທຸກຊະນິດ.
ຄຸນປະໂຫຍດ: ໄລ່ແມງໄມ້ໂດຍສະເພາະ.
6. ນໍ້າໝັກສະໝຸນໄພຫອມລະເຫີຍ ໄດ້ແກ່: ຫົວສີໄຄຫອມ,ໃບກະເພົາ,ໃບເຕີຍ ແລະ ພືດສະໝຸນໄພທີ່ມີລົດຫອມລະເຫີຍທຸກຊະນິດ.
ຄຸນປະໂຫຍດ: ຈະເປັນນໍ້າໝັກທີ່ປ່ຽນກິ່ນຂອງຕົ້ນພືດເພື່ອປ້ອງກັນບໍ່ໃຫ້ແມງໄດ້ກັດກິນທຳລາຍ.
7. ນໍ້າໝັກສະໝຸນໄພລົດເຜັດ ໄດ້ແກ່: ໝາກເຜັດ,ຂີງ,ຂ່າ ແລະ ພືດສະໝຸນໄພທີ່ມີລົດເຜັດທຸກຊະນິດ.
ຄຸນປະໂຫຍດ: ໄລ່ແມງໄມ້ ແລະ ເຮັດໃຫ້ແສບຮ້ອນ.


I. ວິທີເຮັດ:
1. ໃຊ້ວັດຖຸດີບທີ່ເປັນທີ່ມາຂອງແຕ່ລະລົດຢ່າງໃດຢ່າງໜຶ່ງຊອຍໃຫ້ສະອຽດລວມແລ້ວໃຫ້ໄດ້ຈຳນວນ 3 ກິໂລ + ກາກນໍ້າຕານຈຳນວນ 1 ລິດ + ນໍ້າທ່າ ຈຳນວນ 10 ລິດ.
2. ເທນໍ້າທ່າໃສ່ຖັງພລາສະຕິກແລ້ວເທກາກນໍ້າຕານລົງໄປຄົນເລື້ອຍໆຈົນກາກນໍ້າຕານເປັນເນື້ອດຽວກັນກັບນໍ້າຈາກນັ້ນຈຶ່ງເທວັດຖຸດີບທີ່ຊອຍລະອຽດແລ້ວຕາມລົງໄປ ຄົນໃຫ້ເຂົ້າກັນອີກຄັ້ງປິດຝາໃຫ້ຊະນິດຕັ້ງໄວ້ໃນທີ່ຮົ່ມ ດົນປະມານ 3 ເດືອນ ຈຶ່ງສາມາດນໍາມາໃຊ້ປະໂຫຍດໄດ້.
II. ການໃຊ້ປະໂຫຍດ
ໃນອັດຕາສ່ວນດຽວກັນສຳລັບພືດຜັກ,ນາເຂົ້າ ແລະ ໄມ້ໃຫ້ໝາກທຸກຊະນິດ ຄື ນໍ້າໝັກ 1 ລິດ + ນໍ້າທ່າ 20 ລິດ ສິດພົ່ນໃຫ້ທົ່ວ ຄື ຖ້າເປັນພືດຜັກທົ່ວໄປສິດພົ່ນທຸກ 3 ວັນ ຖ້າເປັນໄມ້ໃຫ້ໝາກສິດພົ່ນທຸກ 7 ວັນ.


ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ຈິນຕະນາ ຈະເລີນສຸກ https://www.rakbankerd.com/agriculture/page.php?id=7370&s=tblplant
ໝວດໝູ່: ນໍ້າໝັກສະໜຸນໄພ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/wVC1fgr9FEE” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>