ການຂະຫຍາຍພັນໝາກມ່ວງດ້ວຍວິທີທາບງ່າ

ການທາບງ່າ ເປັນວິທີທີ່ນິຍົມກັນຫຼາຍໃນປະຈຸບັນ ເພາະວ່າການກ້າແກ່ນຈະເຮັດໃຫ້ມີການກາຍພັນໄດ້ງ່າຍ ດັ່ງນັ້ນວິທີນີ້ຈຶ່ງເປັນວິທີທີ່ເໝາະສົມທີ່ສຸດສຳລັບໝາກມ່ວງ. ການທາບງ່າຕົ້ນທີ່ໄດ້ຕາມສາຍພັນ ແລະ ຍັງມີຮາກແກ້ວທີ່ແຂງແຮງເຊັ່ງດຽວກັບການປູກດ້ວຍແກ່ນ ຕົ້ນພັນທີ່ໄດ້ຈາກການທາບງ່າກໍ່ຈະໃຫ້ຜົນຜະລິດໄວກວ່າການປູກດ້ວຍແກ່ນ.

1. ການກຽມຕົ້ນຕໍກ່ອນການທາບງ່າ
• ຕົ້ນຕໍທີ່ນໍາມາທາບ ໄດ້ຈາກການກ້າແກ່ນໝາກມ່ວງແກ້ວ.
• ອາຍຸຕົ້ນຕໍແມ່ນ 9 ເດືອນ ຫາ 1 ປີ ຂະໜາດຂອງລໍາຕົ້ນເທົ່າກັບສໍດໍາ, ມີສີຂຽວປົນສີ໌ນໍ້າຕານ
• ຕົ້ນຕໍທີ່ຊື່ີດີ, ແຂງແຮງປັດສະຈາກພະຍາດ ແລະ ແມງໄມ້ທໍາລາຍ, ບໍ່ມີບາດແຜ.
• ຕັດແຕ່ງຮາກຝອຍອອກພຽງເຫຼັກນ້ອຍ ຈາກນັ້ນຕັດປາຍຮາກແກ້ວອອກ (ຄວາມຍາວຂອງຮາກຈາກເຫງົ້າຮາກ ຫາ
ບ່ອນຕັດແມ່ນ 3 – 5 ຊຕມ ) ນໍາໄປລ້າງໃຫ້ສະອາດດີ.
• ຍັດມູດພ້າວຮອງກົ້ນຖົງຂາວທີ່ເຈາະຮູ 6 ຮູ, ຂະໜາດ ຂອງຖົງ4 X 6 ນີ້ວ.
• ນໍາຕົ້ນຕໍບັນຈຸລົງໃນຖົງຢາງທີ່ບ໌ັນຈຸມູດພ້າວແລ້ວ ແລະ ຍັດມູດພ້າວຕື່ມໃສ່ໃຫ້ພໍດີມັດປາກຖົງໄດ້ ແລະ ຍັດໃຫ້ແໜ້ນດີ.
• ໃຊ້ເຊືອກຟາງມັດປາກຖົງຢາງຕິດກັບຕົ້ນຕໍ ແລະ ມັດກາງຖົງເບົ້າຕົ້ນຕໍໃຫ້ແໜ້ນ .

2. ການປາດປາກບາດຕົ້ນຕໍ
• ຄວາມຍາວຂອງຕົ້ນຕໍທີ່ຈະທາບແມ່ນ 5 – 8 ຊຕມ (ຈາກປາກຖົງຫາບ່ອນປາດປາກບາດ).
• ປາດປາກບາດດ້ານໜ້າໃຫ້ມີຄວາມຍາວ 3-5 ຊຕມ.
• ປາກບາດດ້ານຫຼັງຄວາມຍາວ 0.5 ຊຕມ.
• ປາດແຕ່ລຸ່ມຂຶ້ ເທິງ.
• ລັກສະນະຂອງປາກບາດໃຫ້ເປ໌ັນປາກປາສະຫຼາມ.
• ປາດເລິກເຂົ້າໄປ 1/3 ຂອງເນື້ອໄມ້.

3. ການເລືອກງ່າພັນດີ
• ເລືອກງ່າຈາກຕົ້ນພໍ່ແມ່ພັນທີ່ເຄີຍໃຫ້ຜົນຜະລິດມາກ່ອນແລ້ວ.
• ງ່າທີ່ແຂງແຮງປັດສະຈາກພະຍາດ ແລະ ແມງໄມ້ເຈາະ.
• ງ່າທີ່ມີມຸມອ່ຽງ 45 ອົງສາ.
• ງ່າທີ່ມີອາຍຸ 9-12 ເດືອນ ແລະ ເປັນງ່າທີ່ມີສີຂຽວປົນສີ໌ນໍ້າຕານ.
• ງ່າທີ່ເໝາະກັບຕົ້ນຕໍ (ບໍ່ນ້ອຍ ແລະ ບໍ່ໃຫຍ່ກ່ວາຕົ້ນຕໍເກີນໄປ).
• ຄວາມຍາວຂອງງ່າແມນ 0.5 -1 ແມັດ.
• ງ່າຢູ່ນອກຊົງຟຸ່ມ ແລະ ໄດ້ຮັບແສງແດດຢ່າງທົ່ວເຖີງ.

4. ການປາດປາກບາດງ່າພັນດີ
• ປາດແຕ່ລຸ່ມຂຶ້ນເທິງ.
• ປາດເລິກເຂົ້າໄປ 1/3 ຂອງງ່າພ໌ັນດີ.
• ຄວາມຍາວຂອງປາກບາດແມ່ນ 3 – 5 ຊຕມ .
• ປາດດັກເຂົ້າໄປໃນງ່າພ໌ັນດີໃຫ້ເປັນຫຼີ້ມ 0.5 ຊຕມ.

5. ການປະກົບປາກບາດ
• ປະກົບປາກບາດຂອງຕົ້ນຕໍເຂົ້າກັບງ່າພັນໃຫ້ແຈບດີ ໃຊ້ໂປ້ມື້ປາກບາດຕົ້ນຕໍໃຫ້ແຈບກັບປາກບາດງ່າພັນ໌ດີໃຫ້ແໜ້ນ
ແລ້ວຄຽນດ້ວຍເທັບ; ການຄຽວເທັບແມ່ນຄຽນແຕ່ລຸ່ມຂຶ້ນເທິງ.
• ຄຽນເທັບໃຫ້ກາຍປາກບາດ 1 ຊຕມ.
• ເອົາເຊືອກຟາງທີ່ມັດແອວຕົ້ນ໌ຕໍມັດຕິດກັບງ່າພັນດີໃຫ້ແໜ້ນ.
• ຖ້າຕົ້ນຕໍ ແລະ ງ່າພັນດີຫາກມີອັນໃດອັນໜື່ງໃຫຍ່ແມ່ນໃຫ້ເອົາປາກບາດເບື້ອງໃດເບື້ອງໜືງໃຫ້ຕິດແຈບກັນດີ.
5.1 ການສັງເກດຜົນຂອງການທາບງ່າ
• ການທາບງ່າຈະຕິດ ຫຼື ບໍ່ສັງເກດໄດ້ຈາກປາກບາດວ່າເຊື່ອມຕິດກັນ ຫຼື ບໍ່ ແລະ ມີຮາກປົ່ງອອກມາບໍ່.
• ການທາບຕິດຈະສັງເກດເຫັນຮາກປົ່ງອອກມາໃໝ່.
• ຖ້າຫາກບໍ່ຕິດຈະບໍ່ສັງເກດເຫັນຮາກທີ່ປົ່ງອອກມາຖ້າກາຍ 2 – 3 ເດືອນສະແດງວ່າບໍ່ຕິດ.

6. ການຕັດງ່າທາບໄປຊໍາ

ເມື່ອເຮົາສັງເກດເບິ່ງວ່າງ່າທາບຂອງເຮົາມີຮາກອອກຫຼາຍພໍສົມຄວນແລ້ວ ແລະ ຮາກທີ່ອອກມານັ້ນປ່ຽຈາກສີຂາວມາເປັນສີນໍ້າຕານແກ່ ແລະ ມີຮາກຝອຍແຜ່ກະຈາຍ (ໃບຂອງງ່າພັນແມ່ນເປັນໃບແກ່) ສາມາດຕັດງ່າທາບດັ່ງກ່າວນັ້ນໄດ້, ການຕັດງ່າທາບແມ່ນຕັດໃນຕອນແລງ ເພາະເປັນໄລຍະທີ່ໃບຢຸດການຄາຍນໍ້າງ່າຍຈະບໍ່ຮ່ຽວງ່າຍ ແລະ ຕັດງ່າລຸ່ມຖົງເບົ້າຕົ້ນຕໍ 1-2 ຊຕມ ຫຼັງຈາກຕັດແລ້ວແມ່ນໃຊ້ປູນຂາວທາປາກບາດເພື່ອປ້ອງກັນເຊື້ອລາເຂົ້າທໍາລາຍ.

7. ການຊໍາງ່າທາບ
ເມື່ອຕັດງ່າທາບອອກມາຈາກຕົ້ນແລ້ວກໍາໄປແຊ່ນໍ້າປະມານ 40- 60 ນາທີ ເພື່ອໃຫ້ເບົ້າມີຄວມຊຸ່ມຊື່ນດີ ຈາກນັ້ນກໍ່ນໍາມາຕັດແຕ່ງໃບ ແລະ ແໜງໃຫ້ເຫຼືອປະມານ 50 % ແລ້ວແກະຖົງຢາງອອກດ້ວຍຄວາມລະມັດລະວັງເພາະຈະເຮັດໃຫ້ຮາກຂາດໄດ້ງ່າຍເມື່ອແກະຖົງຢາງອອກແລ້ວ ກໍ່ນໍາງ່າທາບຊໍາໃສ່ໃນ໌ຖົງຢາງດໍາຂະໜາດ 8 X 12 ນີ້ວໂດຍນໍາໃຊ້ດິນທີ່ກຽມໄວ້ເພື່ອຊໍາງ່າທາບຄື: ສູດ 1: 2: 3 (1 ຝຸ່ນຄອກ, 2 ຊາຍ, 3 ດ໌ິນປູກຝັງ) ການຊໍາແມ່ນເອົາດິນໃສ່ຖົງຢາງກ່ອນປະມານ 1/3 ຂອງຖົງຢາງ,ແລ້ວຈຶ່ງນໍາງ່າທາບລົງໃສ່ຖົງ, ເອົາດິນລົງໃສ່ໃຫ້ເຕັມຖົງຢາງ,ຄ່ອຍໆທັ່ງໃຫ້ແໜ້ນ , ແລ້ວເອົາໄມ້ຫຼັກປັກໃສ່ຂ້າງຂອງງ່າທາບ,ໃຊ້ເຊືອກຟາງມັດເພື່ອຊ່ວຍໃຫ້ງ່າທາບຕັ້ງຊື່, ເມື່ອຊໍາແລ້ວກໍ່ໍາໄປເກັບອະນຸບານໄວ້ໃນເຮືອນກ້າ ຫຼື ຖ້າບໍ່ມີເຮືອນກ້າກໍ່ຄວນເກັບໄວ້ບ່ອນທີ່ຮົ່ມ ແລະ ອາກາດລ່ວງດີ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/PM9gMqJ0COC4oRsV.pdf
ເຕັກນິກການຂະຫຍາຍພັນໝາກມ່ວງ , ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
https://www.rakbankerd.com/agriculture/print.php?id=6810&s=tblplant
https://www.rakbankerd.com/agriculture/page.php?id=721&s=tblplant