ເຕັກນິກການລ້ຽງກະຕ່າຍ

ກະຕ່າຍເປັນສັດຂະໜາດນ້ອຍທີ່ກິນຫຍ້າ ແລະ ໝາກໄມ້ຫຼາຍຊະນິດເປັນອາຫານ, ລ້ຽງງ່າຍໃຊ້ສະຖານທີ່ບ່ອນລ້ຽງໜ້ອຍ, ໃຫ້ຜົນຜະລິດໄວ. ການລ້ຽງກະຕ່າຍມີຄຸນປະໂຫຍດທາງດ້ານວິທະຍາສາດ ແລະ ການແພດ, ນັ້ນຈາກນັ້ນຍັງສາມາດສະໜອງອາຫານທີ່ເປັນທາດຊີ້ນໃຫ້ແກ່ຄອບຄົວ, ສາມາດປະກອບເປັນອາຊີບເສີມທີ່ນຳລາຍໄດ້ໃຫ້ແກ່ຄອບຄົວໄດ້.

I. ສະຖານທີ່ເໝາະສົມ ແລະ ວິທີການສ້າງຄອກລ້ຽງກະຕ່າຍ
– ບ່ອນລ້ຽງກະຕ່າຍຄວນຢູ່ບ່ອນໂນນໍ້າບໍ່ຖ້ວມຂັງ, ມີອາກາດຖ່າຍເທສະດວກດີ, ສາມາດປ້ອງກັນສັດຕູໄດ້ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ
– ຄອກກະຕ່າຍຄວນເຮັດສູງຈາກພື້ນດິນ 50 ຊັງຕີແມັດ. ເພື່ອປ້ອງກັນກິ່ນຍ່ຽວ, ພື້ນຄອກຄວນໃສ່ດ້ວຍໄມ້ດີ້ ຫຼື ຕາໜ່າງເຫຼັກຂະໜາດນ້ອຍພໍທີ່ຈະໃຫ້ຂີ້ລອດລົງໄດ້
– ຄອກຄວນເຮັດເປັນລັອກ, ແຕ່ລະລັອກກວ້າງ 50-60 ຊມ, ຍາວ 1 ແມັດ, ສູງ 50-60 ຊັງຕີແມັດ
– ມຸ້ງຫຼັງຄາດ້ວຍຫຍ້າຄາ ຫຼື ສັງກະສີ

II. ພັນ ແລະ ການຄັດເລືອກພັນ
ພັນກະຕ່າຍ: ກະຕ່າຍມີຫຼາຍສາຍພັນແຕກຕ່າງກັນເຊັ່ນ:
– ພັນນີວຊີແລນ: ເປັນກະຕ່າຍພັນຊີ້ນ, ຂັນສີຂາວ, ຕາສີແດງ, ໜ້າສັ້ນ, ສະໂພກໃຫ່ຍ, ໄຫລ່ກວ້າງ, ຊີ້ນແໜ້ນ, ໃຫ້ລູກຫຼາຍ, ລ້ຽງລູກເກັ່ງ, ໃຫ່ຍເຕັມທີມີນໍ້າໜັກ 4-5 ກິໂລ

– ພັນແຄລີບຟໍເນຍ: ເປັນຂົນສີຂາວຍາວ, ປາຍຫູ ແລະ ປາຍຕີນມີສີດຳ ຫຼື ສີນໍ້າຕານເຂັ້ມ, ຕາສີແດງ, ໃຫ່ຍໄວ ແລະ ລ້ຽງລູກດີໃຫ່ຍເຕັມທີ່ 3-4 ກິໂລ

– ພັນແອງໂກລາ: ຂົນຍາວມີຫຼາຍສີເຊັ່ນ: ສີຂາວ, ສີນໍ້າຕານ, ສີເທົາ ແລະ ສີດຳ, ໜ້າສັ້ນ, ຕາສີດຳ ຫຼື ສີນໍ້າຕານໃຫ້ລູກຄັ້ງລະ 2-4 ໂຕ. ໃຫ່ຍເຕັມທີ່ນໍ້າໜັກ 1,8-2,5 ກິໂລກຼາມ

– ພັນພື້ນເມືອງ: ມີຂົນສີນໍ້າຕານດຳ, ຂົນສັ້ນ, ຕາສີດຳທົນທານຕໍ່ພະຍາດ ແລະ ສິ່ງແວດລ້ອມໃຫ້ລູກຫຼາຍ, ໃຫ່ຍເຕັມທີ່ 2,5-3,5 ກິໂລກຼາມ

III. ການຄັດເລືອກແນວພັນ
– ກະຕ່າຍທີ່ນຳມາລ້ຽງຂື້ນຢູ່ກັບຈຸປະສົງຜູ້ລ້ຽງເຊັ່ນ: ລ້ຽງເພື່ອເພີດເພີນ, ລ້ຽງເພື່ອຄວາມສວຍງາມກໍ່ຄວນເລືອກເອົາແນວພັນທີ່ສວຍງາມເຊັ່ນ: ພັນແອງໂກລາ. ຖ້າລ້ຽງເພື່ອຈຳໜ່າຍຕະຫຼາດກໍ່ຄວນເລືອກພັນທີ່ໃຫ່ຍ ແລະ ທົນທານຕໍ່ພະຍາດ ແລະ ສິ່ງແວດລ້ອມເຊັ່ນ: ພັນນີວຊີແລນ, ພັນແຄລີຟໍເນຍ ແລະ ພັນພື້ນເມືອງ
– ການຄັດເລືອກກະຕ່າຍມາລ້ຽງເພື່ອຂະຫຍາຍພັນຄວນເລືອກເອົາກະຕ່າຍທີ່ບໍ່ແມ່ນມາຈາກສາຍພັນດຽວກັນ, ເພື່ອໄວ້ເປັນພໍ່ແມ່ພັນ, ເພາະຈະເຮັດໃຫ້ລູກທີ່ເກີດມາເປັນກະຕ່າຍຄອດ ແລະ ມັກເປັນພະຍາດ, ໃຫ່ຍຊ້າ
IV. ຂັ້ນຕອນການລ້ຽງກະຕ່າຍ
4.1 ການກະກຽມຄອກ
– ອະນາໄມຄອກໃຫ້ສະອາດທັງພື້ນຄອກ ແລະ ໂຕຄອກ, ອາດຈະລ້າງ ຫຼື ຂ້າເຊື້ອໄວ້ປະມານ 1-2 ວັນໃຫ້ແຫ້ງສະອາດດີ

4.2 ການໃຫ້ອາຫານ
– ໃຫ້ອາຫານວັນລະ 3 ຄັ້ງ (ເຊົ້າ, ສວຍ, ແລງ) ຫຼື ໃຫ້ໄວຕະຫຼອດເວລາ, ຕອນແລງອາດເພີ່ມອາຫານໝູໃສ່ຈານປະໄວ້ໃນຄອກກະຕ່າຍປະມານ 1-2 ຂີດ/ວັນ ຫຼື ເຂົ້າເປືອກ, ເຂົ້າສານ, ສາລີ, ມັນຕົ້ນ ແລະ ອື່ນໆ
– ຫຍ້າທີ່ເອົາມາໃຫ້ກະຕ່າຍຄວນເປັນຫຍ່າໝູນວຽນ(ປ່ຽນຊະນິດຫຍ້າທຸກໆ 2-3 ວັນ)
– ຫຍ້າສຳລັບລ້ຽງກະຕ່າຍໄດ້ແກ່ຈຳພວກຫຍ້າສະຕ່າຍໂລ້, ຫຍ້າຂົນ, ຫຍ້າຣູຊີ ແລະ ຫຍ້າປະເພດອື່ນໆ. ຈຳພວກຜັກມີ: ກະລໍ່າປີ, ຜັກບົ້ງ, ສະລັດ ແລະ ອື່ນໆ
– ນອກຈາກຫຍ້າ ແລະ ຜັກສົດຕ່າງໆແລ້ວຍັງມີຈຳພວກໝາກໄມ້ຊະນິດຕ່າງໆ
– ໃຫ້ອາຫານວັນລະ 3,5% ຂອງນໍ້າໜັກໂຕ/ວັນ, ກະຕ່າຍລຸ່ນໃຫ້ວັນລະ 6% ຂອງນໍ້າໜັກໂຕ/ວັນ
 ສິ່ງຄວນລະວັງໃນການໃຫ້ອາຫານ
– ບໍ່ຄວນເອົາກະຖິນໃຫ້ກະຕ່າຍກິນ ເນື່ອງຈາກໃບກະຖິນມີສານມິນໂນຊິນເຮັດໃຫ້ຂົນກະຕ່ານລົ່ນໄດ້
– ຫຍ້າ ແລະ ຜັກສົດທີ່ນຳມາໃຫ້ກະຕ່າຍທີ່ຍັງປຽກນໍ້າຈະເຮັດໃຫ້ກະຕ່າຍເຈັບທ້ອງ. ສະນັ້ນ ຄວນປະໄວ້ບ່ອນຮົ່ມປະໃຫ້ແຫ້ງຈຶ່ງນຳມາໃຫ້ກະຕ່າຍກິນ ຫຼື ອາດຈະເກັບຫຍ້າຕອນເວລາ 10-12 ໂມງ(ມື້ບໍ່ມີຝົນຕົກໜັກ)

.3 ການປະສົມພັນ
– ເມື່ອກະຕ່າຍມີອາຍຸ 6-8 ເດືອນ ກໍ່ສາມາດປະສົມພັນໄດ້, ໂດຍແຍກພໍ່ແມ່ພັນອອກຈາກກັນຄອກລະໂຕແລ້ວສັງເກດເບິ່ງໂຕແມ່ຈະສະແດງອາການເຊັ່ນ: ກະທືບຕີນສົ່ງສຽງຮ້ອງ, ກະວົນກະວາຍ, ຂື້ນຂີໂຕອື່ນ, ອະໄວຍະວະເພດຕືງແດງ ແລະ ມີນໍ້າເມືອກໄຫຼອອກມາຕະຫຼອດເວລາ
– ເມື່ອກະຕ່າຍມີຄວາມພ້ອມກໍ່ຈັບກະຕ່າຍຜູ້ເຂົ້າໃສ່ກັນປະໃຫ້ປະສົມພັນກັນປະມານ 1-2 ວັນ. ກໍ່ຈັບພໍ່ພັນອອກ, ຖ້າສັງເກດເຫັນວ່າການປະສົມພັນຕິດແລ້ວປະມານ 15 ວັນ ກະກຽມສ້າງຮັງເພື່ອກຽມບ່ອນເກີດ, ບ່ອນເກີດຄວນມີຜ້າແພ ຫຼື ຫຍ້າແຫ້ງມາຮອງປະໄວ້ໃນຮັງ
– ກະຕ່າຍແມ່ຈະຖືພາ 30-45 ວັນ ກ່ອນຈະເກີດລູກ 2-3 ວັນແມ່ກະຕ່າຍຈະກັດຂົນວາງໄວ່ໃສ່ຮັງບ່ອນທີ່ຈະເກີດລູກ. ກະຕ່າຍນ້ອຍເກີດໃໝ່ 8-12 ວັນ ຕາຈຶ່ງຈະເປີດອາຍຸ 15-20 ວັນ ຈຶ່ງຈະເລີ່ມອອກກິນອາຫານໄດ້
V. ພະຍາດ ແລະ ການປ້ອງກັນ(ການຮັກສາພະຍາດໃຫ້ກະຕ່າຍ)

.1 ພະຍາດຫວັດ
– ອາການ: ມີນໍ້າມູກ, ຈາມ ແລະ ຕີນເບື້ອງໜ້າປຽກຊຸ່ມ
– ການປ້ອງກັນ: ຢ່າໃຫ້ກະຕ່າຍຖືກລະອອງຝົນ ຫຼື ລົມແຮງເກີນໄປ
– ການຮັກສາ: ໃຫ້ກິນຢາຊັນຟາເມດ ຫຼື ສິດຢາອອກຊີນ 3-5 ວັນ
5.2 ພະຍາດປອດບວມ
– ອາການ: ຫອບ, ມີນໍ້າມູກຂຽວ, ມັກຈະຕາຍຢ່າງກະທັນຫັນ
– ການປ້ອງກັນ: ບ່ອນລ້ຽງຄວນປ້ອງກັນໃຫ້ດີບໍ່ໃຫ້ລະອອງຝົນເຂົ້າໄດ້
– ການຮັກສາ: ສີດຢາເປນີຊີລີນ ຫຼື ຟຼອກຊາລີນ 5-7 ວັນ
5.3 ພະຍາດຕາອັບເສບ
– ອາການ: ຕາບວມແດງ, ແກ້ວຕາເປັນສີຂາວບາງຄັ້ງໜັງຕາປີ້ນ
– ການປ້ອງກັນ: ເມື່ອກະຕ່າຍເປັນຫວັດຄວນຟ້າງປິ່ນປົວໃຫ້ເຊົາ
– ການຮັກສາ: ໃຊ້ຢາຢອດຕາ ຫຼື ນໍ້າເກືອລ້າງ

ແຫຼ່ງຂໍ້ມູນ: https://www.facebook.com/photo/?fbid=189817685879795&set=pcb.189817802546450
https://salehere.co.th/articles/beginner-guide-to-pet-rabbit-care
https://shopee.co.th/blog/how-to-care-pet-rabbits/