ເຕັກນິກການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸ່ມນໍ້າ

ເຕັກນິກການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸ່ມນໍ້າ

  1. ລັກສະນະທົ່ວໄປ

ຜັກຫອມປ້ອມເປັນຜັກທີ່ຢູ່ໃນຕະກຸນ Apiaceae ມີຊື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີື່ສາມາດບໍລິໂພກສ່ວນຂອງໃບ ແລະ ກ້ານ ເປັນ ຜັກສົດ ຜັກຫອມປ້ອມ ເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກິ່ນຫອມ ສາມາດປູກໄດ້ໃນ ດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ດິນຜຸຜຸ່ຍ, ຕົມແກບຊາຍ ແຕ່ດິນທີ່ ເໝາະ ສົມແມ່ນດິນລ້ວນທີື່ມີການລະບາຍນໍ້າໄດ້ດີ ສາມາດປູກໄດ້ທົ່ວປະເທດ ປູກໄດ້

 2. ເຕັກນິກ ແລະ ຂັ້ນຕອນການປູກຜັກຫອມປ້ອມນອກລະດູ ໃນພື້ນທີ່ເຂດຊຸມນໍ້າ

ໂດຍທົ່ວໄປຜັກຫອມປ້ອມສາມາດປູກໄດ້ດີໃນຊູ່ວງລະດູໜາວໃນເຂດທົ່ງຮາບພຽງ ແລະ ແຄມນໍ້າທີ່ມີນໍ້້າຖ້ວມຕາມລະດູການ, ແຕູ່ເນືື່ອງຈາກພື້ນທີ່ ດັ່ງກ່າວຈໍາກັດ ແລະ ການບໍລິໂພກກໍມີຄວາມຕ້ອງການຕະຫຼອດປີ. ສະນັ້ນ, ມັນຈໍາເປັນຕ້ອງໄດ້ຂະຫຍາຍການຜະລິດໄປສູ່ເຂດອືື່ນ ແລະ ປູກນອກລະດູ.

2.1 ເງື່ອນໄຂ ແລະ ຄວາມສະດວກ ຂອງຊາວກະສິກອນ

  • ມີຄວາມສົນໃຈ,ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສູ່ໃນການບົວລະບັດ ຮັກສາ.
  • ມີພື້ນທີ່ທີ່ເໝາະສົມ, ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ ແລະ ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼູ່ງນໍ້າ.
  • ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ.
  • ຊາວກະສິກອນທີ່ເຄີຍເຮັດມາກ່ອນຍິ່ງເປັນການດີເຊັ່ນ: ການປູກພືດຜັກ ຕ່າງໆ

2.2 ແນວພັນທີ່ເໝາະສົມ

ແນວພັນທີື່ເໝາະສົມໃນການປູກເຂດນໍ້າຊຸ່ມ ແມູ່ນແນວພັນຫອມປ້ອມ ໃຫ່ຍເຊີ່ງເປັນແນວພັນທີ່ນໍາເຂົ້າຈາກຕ່າງ ປະເທດ ເປັນແນວພັນທີ່ມີຄວາມຕ້ານ ທານຕໍ່ຄວາມຊຸ່ມຊື່ນສູງໄດ້ດີ.

2.3 ການກຽມແນວພັນ

ຜັກຫອມປ້ອມເປັນພືດທີື່ຂະຫຍາຍພັນ ໂດຍການໃຊ້ເມັດດັ່ງນັ້ນກ່ອນຈະປູກຕ້ອງໄດ້ກຽມເມັດພັນໃຫ້ພ້ອມ ໂດຍການນໍາເອົາເມັດມາທັບໃຫ້ແຕກເປັນ ສອງປ່ຽງ ແລ້ວນໍາໄປແຊ່ນໍ້າ ປະມານ 2-3 ຊ ົ່ວໂມງ ຫຼັງຈາກນັ້ນນໍາມາບົ່ມໄວ້ຈົນ ເມັດເລີ່ມແຕກງອກຈຶ່ງນໍາໄປຫວານໃສ່ໜານ. ແນວພັນທີ່ເໜາະສົມໃນການປູກ ໃນລະດູຝົນ ແມ່ນແນວພັນຫອມປ້ອມໃຫ່ຍທີ່ນໍາເຂົ້າຈາກປະເທດໄທ ສູ່ວນແນວ ພັນພື້ນບ້ານຂອງລາວ ຫຼື ຫອມປ້ອມນ້ອຍແມ່ນບໍ່ເໜາະ ເພາະຍັງເປັນແນວພັນທີ່ ບໍ່ຕ້ານທານຕໍ່ຄວາມຊຸ່ມສູງ.

2.4 ການມຸງໜານ

ມຸງໜານໂດຍຈະໃຊ້ຜ້າກັນແສງມຸງ ເພືື່ອປ້ອງກັນການກະທົບຂອງນໍ້າຝົນ ເມືື່ອເວລາຝົນຕົກ ການມຸງໜານ ແມ່ນຈະມຸງໃຫ້ສູງຈາກໜ້າດິນປະມານ 1.2- 1.5 ແມັດ ໂດຍໃຊ້ໄມ້ຈິງ, ໄມ້ໄຜ່ ຫຼື ໄມ້ທີ່ສາມາດຫາໄດ້ງ່າຍໃນທ້ອງຖິ່ນ ປັກຂອບໜານທັງສອງຂ້າງ ໄລຍະຫ່າງລະຫວູ່າງຫຼັກຕໍ່ຫຼັກປະມານ 2-3 ແມັດຕໍ່ຫຼັກ ປັກໃຫ້ແໜ້ນດີ ແລ້ວມັດເປັນຮາວ ຈາກນັ້ນກໍ່ໍນໍາຜ້າກັນແສງມາປົກແລ້ວມັດ ໃຫ້ແໜ້ນດີ

2.6 ການວ່ານເມັດ

ກ່ອນຈະປູກ ຫຼື ຫ່ວານເມັດຕ້ອງຫົດນໍ້າໃຫ້ທົ່ວໜານນໍາເມັດທີ່ຕຽມໄວ້ ມາຫວ່ານລົງໜານປູກທີ່ຕຽມໄວ້ ແລ້ວຄຸມດ້ວຍເຟຶອງ ຫຼື ແກບເພືື່ອຮັກສາ ຄວາມຊຸ່ມຂອງດິນສໍາເລັດແລ້ວຫົດນໍ້າໃຫ້ຊຸ່ມ ຫຼື ຈະປູກແບບໂຮຍ ເປັນແຖວ ແຕ່ລະແຖວຫ່າງກັນ 15-20 ຊັງຕີແມັດ. ອັດຕາການໃຊ້ເມັດພັນປະມານ 20 ກິໂລກຼາມຕໍ່ໄລ່,  ອັດຕາການໃຊ້ເມັດພັນຈະຫຼາຍ ຫຼື ໜ້ອຍນີ້ຂື້ນກັບຄວາມອຸດົມສົມບູນຂອງດິນ ແລະ ເປີເຊັນການແຕກງອກຂອງເມັດພັນ ຫາກດິນມີ ຄວາມອຸດົມສົມບູນດີຈະໃຊ້ເມັດພັນໜ້ອຍລົງ ເພາະຜັກຫອມປ້ອມສາມາດຈະ ເລີນເຕີບໂຕໄດ້ດີ ແລະ ​ລອດຕາຍໄດ້ຫຼາຍຂື້ນ.

2.7 ການບົວລະບັດຮັກສາ

  • ການໃຫ້ນ້ຳ

ຜັກຫອມປ້ອມເປັນພືດທີ່ຕ້ອງການນໍ້າຫຼາຍ ແຕູ່ບໍ່ມັກນໍ້າຂັງ ດັ່ງນັ້ນຄວນ ໃຫ້ນໍ້າຢ່າງສະໝໍ່າສະເໝີຂື້ນກັບຄວາມຊຸ່ມຂອງດິນໃນໜານປູກ ຢ່າໃຫ້ນໍ້າຫຼາຍ ຈົນເກີນໄປເພາະຜັກຫອມປ້ອມຖ້າຖືກນໍ້າ ຫຼື ຝົນ ມັກຈະເນົ່າງ່າຍ ກໍລະນີ ມີຝົນຕົກໃຫ້ຫົດນໍ້າລ້າງທຸກຄັ້ງ ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ຜັກເກີດການເນົ່າເປື່ອຍໄດ້. ສໍາລັບຫຍ້າທີ່​ເກີດຂື້ນ ໃນໄລຍະທໍາອິດຄວນຮີບກໍາຈັດໂດຍໄວ ໂດຍການໃຊ້ມືຖອນຢ່າປ່ອຍໃຫ້​ຮົກເພາະຫຍ້າເປັນໂຕຍາດແຍ່ງນໍ້າ ແລະ ທາດອາຫານຂອງພືດ.

  • ການໃສ່ຝຸ່ນ

ຫຼັງຈາກຜັກຫອມປ້ອມ ມີໃບຈິງແລ້ວໃຫ້ໃສູ່ຝຸ່ນວິທະຍາສາດ ສູດ 46-00-00 ປະມານ 15-30 ກຼາມ, ປະສົມ ນໍ້າ 10 ລິດ, ສິດຜົ່ນໃຫ້ທົ່ວໜານປູກ, ໃນການໃສູ່ຝຸ່ນຜັກຫອມປ້ອມ ມີການປະຕິບັດກັນຫຼາຍແບບທີີ່ແຕກຕ່າງກັນໄປໃນແຕ່ ລະທ້ອງຖິ່ນ ແຕ່ວິທີທີ່ໃຫ້ໄດ້ຜົນຜະລິດທີ່ດີຄື ການໃສຝຸ່ນຄອກ ຫຼື ຝຸ່ນບົ່ມ ​ເຊິ່ງຊາວກະສິກອນສາມາດຜະລິດຜັກຫອມປ້ອມໄດ້ສູງເຖິງ 1.500 ກິໂລກຼາມຕໍ່ໄລ່ ແລະ ສໍາຄັນຄືຜັກຫອມປ້ອມເປັນພືດທີ່ໃຊ້ປະໂຫຍດ ຈາກຮາກ. ດັ່ງນັ້ນ, ໃນການຖອນຂື້ນມາຈາກດິນຈະຕ້ອງໄດ້ຮາກທີ່ສົມບູນ ດິນປູກຈຶ່ງຕ້ອງຜຸຜຸ່ຍພໍສົມຄວນ ສະນັ້ນ ຈຶ່ງຄວນໃສ່ຝຸ່ນຄອກ ຫຼື ຝຸ່ນໝັກໃຫ້ຫຼາຍ ຫາກໄດ້ຜັກຫອມປ້ອມທີຕົ້ນເຫົ້ງາຮາກງາມ ກໍ່ຈະເຮັດໃຫ້ໄດ້ນໍ້າໜັກຫຼາຍຂື້ນ.

2.8 ການເກັບກ່ຽວ

ການເກັບກ່ຽວ ຜັກຫອມປ້ອມຈະເລີ່ມເກັບກູ່ຽວໄດ້ເມືື່ອອາຍຸໄດ້ປະມານ 30-45 ວັນ, ເນືື່ອງຈາກວູ່າຜັກຫອມປ້ອມ ສາມາດໃຊ້ທຸກສ່ວນ ເພືື່ອບໍລິໂພກ ຄວນເກັບກ່ຽວໂດຍການຖອນດ້ວຍມືໃຫ້​ມີທັງຕົ້ນ ແລະ ຮາກບໍ່ໃຫ້ຂາດ ແຕ່ກ່ອນຖອນ ຄວນຫົດນໍ້າໃຫ້ທົ່ວໜານ ໃຫ້ດິນຊູ່ມເສຍກ່ອນເພືື່ອໃຫ້ຖອນງ່າຍ, ເມືື່ອຖອນ ສໍາເລັດແລ້ວນໍາໄປລ້າງດິນອອກ ຕົກແຕ່ງ (ຊ້ອມ) ໂດຍເດັດໃບເຫຼືອງໃບລ້ຽງ ຖິ້ມນໍາໄປເບີຍໃສ່ລົມ ແລ້ວບັນຈຸໃສ່ກະຕ່າ ເພືື່ອໃຫ້ຜັກຫອມປ້ອມບໍ່ເກີດການເນົ່າ ແລະ ຂະນະການຂົນສົ່ງອັນເນືື່ອງມາຈາກນໍ້າ ຜົນຜະລິດທີ່ດີຕ້ອງມີໃບຂຽວ ສະໝໍ່າສະເໝີ ບໍ່ເປັນພະຍາດໃບລາຍ ຫຼື ໃບໄໝ້, ມີຮາກຂາວຫຼາຍແລະ ຮາກຍາວບໍ່ຂາດ

ວິ​ຊາ​ຮຽນ: ເຕັກນິກການສື່ສານ

ອາຈານ​ສອນ: ຮ​ສ ຟອງ​ສະ​ມຸດ ສຸ​ທຳ​ມະ​ວົງ

ຊື່: ທ. ກິ​ນົງ ແກ້ວ​ປະ​ເສີດ

ນັກ​ສຶກ​ສາ ປະ​ລິນ​ຍາ​ໂທ ລຸ້ນ​ທີ 7, ສາຂາຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ

ແຫຼ່ງຂໍ້ມູນ: ປື້ມຄູ່ມືສົ່ງເສີມເຕັກນິກການປູກຜັກຫອມປ້ອມນອກລະດູ, ສະໜັບສະໜູນໂດຍ ໂຄງການກະສິກຳເພື່ອໂພຊະນາການ 2019.