ເຕັກນິກການປູກໝາກມັງກອນ

  1. ລັກສະນະທົ່ວໄປ.
    ຕົ້ນໝາກມັງກອນສາມາດ ປູກໄດ້ໃນທຸກສະພາບດິນເຊັ່ນ: ດິນປົນຊາຍ, ດິນໝຽວ, ດິນເຮື້ອ ສໍາລັບດິນໝຽວ ແລະ ດິນເຮື້ອ ຈໍາເປັນຕ້ອງມີການປັບໝ້າດິນດວ້ຍການໃສ່ຝຸ່ນຄອກ ແລະ ແກບດໍາ, ພອ້ມນັ້ນ ຕົ້ນມັງກອນເປັນຕົ້ນໄມ້ທີ່ມັກອາໃສຢູ່ໃນດິນປອດໂປ່ງ, ບໍ່ແອອັດຈົນເກີນໄປ ແລະ ສາມາດລະບາຍນໍ້າໄດ້ດີ. ຍອ້ນວ່າໝາກມັງກອນເປັນພືດຕະກຸນດຽວກັບຕົ້ນກະບອງເພັດ, ຈິ່ງເປັນພືດທີ່ມັກອາການຮອ້ນ ແລະ ແດດກ້າ, ການປູກໝາກມັງກອນນັ້ນຈິ່ງຄວນກຽມພື້ນທີ່ໃຫ້ຢູ່ໃນບໍລິເວນ ກາງເຈ້ງບໍ່ມີຮົ່ມເງົາຈາກຕົ້ນໄມ້ອື່ນມາບັງ, ຫມາກມັງກອນຈະສາມາດຈະເລີ່ນເຕີບໂຕ ແລະ ອອກດອກ, ອອກຫມາກໄດ້ຢ່າງດີ.
  2. ວິທີປູກ.

    ຫມາກມັງກອນສາມາດປູກໄດ້ 2 ຮູບແບບເປັນຕົ້ນແມ່ນ: ປູກໃນຖັງ ( ໃຊ້ຕົ້ນມັງກອນ 1-2 ຕົ້ນຕໍ່ໝື່ງຫລັກ ) ແລະ ການປູກໃນພື້ນທີ່ກວ້າງ ( ໃຊ້ຕົ້ນມັງກອນ 4 ຕົ້ນຕໍ່ໝື່ງຫລັກ )
    ສວ່ນວິທີການປູກແບບຖັງ ເຊິ່ງເປັນການປູກເພື່ອໄວ້ປະດັບເທົ່ານັ້ນ, ອຸປະກອນປະກອບມີ ທໍ່ນໍ້າຂະຫນາດກວ້າງ 4 ນີ້ວ, ຍາວ 1,3 ແມັດ ຫຼື ເສົາໄມ້ເນື້ອແຂງກໍ່ໄດ້ແລ້ວແຕ່ຄວາມສະດວກ, ຖັງກວ້າງ 50 ຊັງຕີແມັດ, ຄ້າງດ້ານເທີງອາດຈະເຮັດຈາກໄມ້ ຫຼື ປູນເປັນຮູບ 4 ລ່ຽມ ຫຼື ຈະຕຸລັດກວ້າງ, ຍາວ 30 ຊັງຕີແມັດ, ໃບໝາກພ້າວ, ດິນ ແລະ ເຊືອກຟາງ. ຫຼັງຈາກທີ່ກຽມອຸປະກອບແລ້ວກໍ່ສາມາດໃຊ້ເສົາຕັ້ງເປັນຫລັກໃນຖັງ, ຈາກນັ້ນ ໃສ່ໃບຫມາກພ້າວຮອງກົ້ນຖັງເພື່ອໃຫ້ນໍ້າຖ່າຍເທໄດ້ດີໃນປະລິມານ 1/3 ໃນອັດຕາສ່ວນຂອງຖັງຈາກນັ້ນນໍາດິນປະສົມກັບໃບຫມາກພ້າວ ຫລື ແກບດໍາ ( ແກບທີ່ບົ່ມຈົນດໍາ ) ໃສ່ລົງໄປໃນຖັງຈົນຮອດຂອບຖັງ ຈາກນັ້ນໃຫ້ນໍາເອົາຕົ້ນຫມາກມັງກອນມາປູກໃຫ້ໃກ້ກັບເສົາແລ້ວໃຊ້ ເຊືອກຟາງມັດຕົ້ນຫມາກມັງກອນໃຫ້ຕິດກັບເສົາ ແຕ່ບໍ່ຕ້ອງມັດແຫນ້ນຈົນເກີນໄປ, ຄວນມັດໄວ້ຈົນກວ່າວ່າຕົ້ນຫມາກມັງກອນຈະເລີນເຕີບໂຕຈົນສາມາດພັນຫົວເສົາ, ແລ້ວຈິ່ງນໍາດິນມາປົກດ້ານເທີງຂອງຖັງ. ຫມາກມັງກອນຈະມີລັກສະນະເປັນລ່ຽມແຕ່ດ້ານໝື່ງຂອງຕົ້ນແປ ດັ້ງນັ້ນ ເວລາມັດຕົ້ນມັງກອນໃຫ້ຈັບເອົາດ້ານແປຂອງຕົ້ນ ເຂົ້າຕິດກັບຫລັກ ເພາະດ້າແປ ຈະເປັນດ້ານທີ່ຈະອອກຮາກ.
  3. ການຕຽມພື້ນທີ່ປູກ.
    ວິທີການປູກໃນພື້ນທີ່ກວ້າງກໍ່ສາມາດປະຕິບັດຄື ກັບການປູກໃນຖັງ, ແຕ່ຈະແຕກຕ່າງກັນເລັກນອ້ຍເປັນຕົ້ນແມ່ນ ການຕັ້ງເສົາເປັນຫລັກດວ້ຍທໍ່ ນໍ້າກວ້າງ 6 ນີ້ວ, ຍາວ 2 ແມັດ ຫລື ເສົາໄມ້ເນື້ອແຂງນັ້ນຈະຂຸດດິນເລີກລົງໄປ 30 ຊັງຕີແມັດ, ໃຊ້ໄມ້ສົນ ຫລື ໄມ້ໄຜ່ລໍາປ້ອງໃຫ່ຍເປັນເສົາເຂັມຍາວ 60 ຊັງຕີແມັດ, ຕອກເລີກລົງໄປໃນດິນ 30 ຊັງຕີແມັດ, ພົ້ນຈາກດິນ 30 ຊັງຕີແມັດ, ຈາກນັ້ນນໍາຫລັກມາຕັ້ງເທີງເສົາເຂັມທີ່ພົ້ນແລ້ວເທປູນລົງໃສ່ຕີນເສົາ ປະມານ 1 ກະປ໋ອງປູນ ເພື່ອໃຫ້ປູນຕິດກັບຫຼັກ ແລະ ເສົາເຂັມເຂົ້າໃສ່ກັນ, ຈາກນັ້ນ ຟັນໃຫ້ເປັນຂອດຮອບຫຼັກລັກສະນະຄ້າຍຄື ຝາຊີ, ຫຼັງຈາກນັ້ນກໍ່ນໍາຕົ້ນມັງກອນ 4 ຕົ້ນມາປູກລົງ 4 ດ້ານຂອງຫຼັກໂດຍໃຊ້ເຊືອກຟາງມັດແບບລວມໆ ແລະ ຕ້ອງມັດຈົນກວ່າຈະພົ້ນຫົວຫຼັກ, ຈາກນັ້ນນໍາດິນບໍລິເວນຂ້າງໆຂອດມາປົກເທິງຕົ້ນທີ່ປູກ ແຕ້ລັກສະນະຍັງຄົງຄ້າຍຄືຝາຊີການເຮັດແບບຝາຊີ ເພື່ອໃຫ້ນໍ້າສາມດໄຫລຜ່ານໂດຍບໍ່ຂັງຢູ່ບໍລິເວນຕົ້ນ ເຊິ່ງອາດຈະເປັນສາເຫດເຮັດໃຫ້ເກີດໂລກເນົ່າ.
  4. ການບົວລະບັດຮັກສາ ແລະ ການໃສ່ຝຸ່ນ.
    ການຮັກສາ ແລະ ການໃສ່ປຸຍຄວນໃສ່ທຸກ 15 ວັນ, ໃສ່ເທື່ອລະ 2-4 ບ່ວງ ຖ້າເປັນປຸ໋ຍເຄມີ, ຫລັງຈາກໃສ່ປຸ໋ຍແລ້ວຕ້ອງຫົດນໍ້າຕິດຕໍ່ກັນເປັນເວລາ 3 ວັນ, ແຕ່ຖ້າມີຝຸ່ນຄອກເຊັ່ນ: ຂີ້ໄກ່ ຫລື ຂີ້ງົວກໍ່ໃຊ້ໄດ້ ແລະ ໃຫ້ໃສ່ເດືອນລະ 1 ຄັ້ງ, ສວ່ນການໃຫ້ນໍ້າແມ່ນສາມາດໃຫ້ 1 ຄັ້ງພາຍໃນ 2-3 ວັນ ແລະ ບໍ່ຄວນຫົດຫຼາຍຈົນເກີນໄປເພາະອາດເຮັດໃຫ້ເປັນໂລກຮາກເນົ່າໄດ້.
  5. ການຂະຫຍາຍແນວພັນ.
    ວິທີການຂະຫຍາຍແນວພັນໝາກມັງກອນທີ່ງ່າຍ ແລະ ສະດວກທີ່ສຸດ ຄື ການປັກຊໍາແຕ່ມີເຕັກນິກທີ່ສໍາຄັນຫຼາຍປະການຄື. ກະສິກຳຕ້ອງເລືອກສະເພາະກິ່ງທີ່ແກ່ເທົ່ານັ້ນ ຢ່າໃຊ້ກິ່ງອ່ອນເພາະຈະເຮັດໃຫ້ມັນເໝົ່າເສຍກ່ອນ ເມື່ອໄດ້ກິ່ງແກ່ມາປັກຊໍາສ່ວນໃຫ່ຍຈະລອດຕາຍ 100% ກິ່ງແກ່ໃນແຕ່ລະກິ່ງສາມາດຕັດເປັນທ່ອນໄດ້ຫຼາຍທ່ອນ ຕັດໃຫ້ມີຄວາມຍາວປະມານ 12 ຟຸດ. ກ່ອນທີ່ປັກຊໍາໃຫ້ເອົາທາງກົກປັກລົງ (ສັງເກດຈາກທາງກົກຈະມີໝາມຕັ້ງຂື້ນ) ກ່ອນທີ່ຈະນໍາກິ່ງມາປັກຊໍານັ້ນ ຄວນຈະນໍາກິ່ງແກ່ມາຈຸ່ມໃນນໍ້າທີ່ຜະສົມນໍ້າຢາເລົ່ງຮາກ (ໃຊ້ນໍ້າຢາເລົ່ງຮາກໃນອັດຕາເຂັ້ມຂົນກວ່າປົກກະຕິ) ຈຸ່ມກິ່ງໝາກມັງກອນລົງໄປໃນນໍ້າຢາເລີກປະມານ 10 ຊມ. ແລ້ວນໍາມາຕັ້ງລຽງໄວ້ໃນຮົມເປັນເວລາ 7-10 ວັນ. ຈົນກ່ວາກິ່ງຈະເລີມຕິດ.
  6. ການເກັບກ່ຽວ.
    ເມື່ອປູກຫມາກມັງກອນໄດ້ 8 ເດືອນ ຫາ 1 ປີ, ກໍ່ຈະເລີ່ມໃຫ້ຜົນຜະລິດປະມານ 30 ຫມາກຕໍ່ໝື່ງຄ້າງ, ສວ່ນປີທີ 2 ປະມານ 50 ຫມາກຕໍ່ໝື່ງຄ້າງ ແລະ ປີທີ 3 ປະມານ 100-200 ໝາກຕໍ່ຄ້າງ, ສໍາລັບ ປີທີ 4-5 ປະມານ 300 ໝາກຕໍ່ໝື່ງຄ້າງຂື້ນໄປ, ສວ່ນຂະຫນາດຂອງໝາກ ໂດຍສະເລ່ຍປະມານ 3-4 ໝວ່ຍຕໍ່ກິໂລ, ຫາກຕ້ອງການໃຫ້ໝາກຜະລິດອອກມາຕະຫລອດປີກໍ່ສາມາດເຮັດໄດ້ໂດຍໃຊ້ ດອກໄຟຂະໝາດ 200 ວັດໝື່ງດອກຕໍ່ເສົາສີ່ເສົາເປີດໄຟຕັ້ງແຕ່ 19: 00 ໂມງແລງ ຫາ 5:00ໂມງເຊົ້າຕິດຕໍ່ກັນທຸກຄືນເປັນເວລາ 15 ຄືນ, ຕາດອກກໍ່ຈະເລີ່ມສ້າງຂື້ນມາ, ຈັບເບິ່ງບອ່ນຕາດ້ານລຸ່ມຂອງໝາກຈະຮູ້ສຶກໄດ້ຫຼັງຈາກນັ້ນອີກປະມານ 5 ວັນ ດອກກໍ່ຈະພັດທະນາເຕີບໂຕຂື້ນເລື້ອຍໆຈົນໄດ້ 15 ວັນກໍ້ຈະບານ ແລະ ປະສົມຕິດອີກ 30 ວັນ ກໍ່ຈະເລີ່ມສຸກ ແລະ ເກັບໝາກໄດ້.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ: http://dragonfruitbykanokwan.blogspot.com/p/blog-page_3007.html
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່