ເຕັກນິກການຂະຫຍາຍພັນໝາກມ່ວງແບບປ່ຽນຍອດ

ການຂະຫຍາຍພັນໝາກມ່ວງກໍ່ຄືການເພີ່ມຈຳນວນເບ້ຍແນວພັນໝາກມ່ວງ ໃຫ້ມີຈໍານວນຫຼາຍຂື້ນ ເພື່ອຕອບສະໜອງໃຫ້ແກ່ການສ້າງສວນໝາກມ່ວງ ຫຼື ການປູກຕົ້ນໝາກມ່ວງ ແລະ ນໍາມາຊຶ່ງຜົນຜະລິດໝາກມ່ວງອັນເປັນທີ່ນິຍົມທີ່ເປັນປະໂຫຍດໃນການດຳລົງຊີວິດເປັນອາຫານການກິນຂອງຄົນເຮົາ. ໂດຍທຳມະຊາດແລ້ວການຂະຫຍາຍພັນໝາກມ່ວງ ສາມາດຂະຫຍາຍພັນໄດ້ດ້ວຍແກ່ນຂອງໝາກມ່ວງເອງຊຶ່ງເປັນວັດທະຈັກຂອງສິ່ງທີ່ມີຊີວິດເພື່ອບໍ່ໃຫ້ມີການສູນເສຍພັນ ແຕ່ໃນປະຈຸບັນຄວາມກ້າວໜ້າທາງດ້ານເຕັກໂນໂລຊີໄດ້ເຂົ້າມາມີບົດບາດໃນທຸກໆຂົງເຂດວຽກງານເວົ້າລວມ ເວົ້າສະເພາະວຽກງານການຂະຫຍາຍພັນພືດໄມ້ກິນໝາກ, ໝາກມ່ວງ ຊຶ່ງໄດ້ປະສົບຜົນສໍາເລັດໃນການຄົ້ນຄິດຊອກຫາວິທີການຂະຫຍາຍພັນໃນຫຼາຍເຕັກນິກເປັນຕົ້ນ: ເຕັກນິກການທາບງ່າມ່ວງ, ເຕັກນິກການຕິດຕາ ແລະ ເຕັກນິກການການປ່ຽນຍອດ.
ເຕັກນິກການປ່ຽນຍອດໝາກມ່ວງແບບສຽບຂ້າງ ເປັນອີກທາງເລືອກໜື່ງທີ່ຈະສາມາດຊ່ວຍຊາວກະສິກອນ, ຜູ້ທີ່ມີຄວາມສົນໃຈຮັກມັກໃນການປູກຕົ້ນມ່ວງ ແລະ ຜູ້ປະກອບການຂາຍເບ້ຍໝາກມ່ວງ ເພາະຂັ້ນຕອນໃນການຈັດຕັ້ງປະຕິບັດການປ່ຽນຍອດໝາກມ່ວງແບບສຽບຂ້າງເປັນວິທີການທີ່ບໍ່ຫຍຸ້ງຍາກ, ບໍ່ມີການນໍາໃຊ້ອຸປະກອນທີ່ມີຄວາມທັນສະໃໝ່ສູງ ຂໍພຽງຜູ້ຈັດຕັ້ງປະຕິບັດມີການຝຶກຝົນຕົນເອງໃຫ້ມີຄວາມຊໍານານໃນການປາດປາກບາດຂອງຕົ້ນຕໍ ແລະ ຍອດພັນດີ, ຮູ້ວິທີການກຽມຍອດພັນດີ ແລະ ກໍາໄດ້ລະດູການພຽງເທົ່ານີ້ກໍ່ສາມາດປະສົບຜົນສໍາເລັດແລ້ວ.

I. ອຸປະກອນໃນການປ່ຽນຍອດໝາກມ່ວງ

  • ຍອດພັນດີໝາກມ່ວງ
  • ເບ້ຍໝາກມ່ວງທີ່ໄດ້ຈາກການແກ່ນ
  • ຊີຄັດເຕີ້
  • ມີດຄັດເຕີ້
  • ເທັບຄຽນ
  • ເຊືອກຟາງ

 

 

ຮູບພາບ: ອຸປະກອນໃນການປ່ຽນຍອດ

 

II. ການກຽມຕົ້ນຕໍ

  • ຕົ້ນຕໍ່ໝາກມ່ວງທີ່ຈະນໍາໃຊ້ແມ່ນໄດ້ມີການກ້າແກ່ນໃສ່ໜານກ້າ, ກ້າແກ່ນໃສ່ຖົງຢ່າງດໍາ, ໂຖດໍາ ແລະ ພາສະນະອື່ນໆທີ່ສາມາດນໍາມາກ້າແກ່ນມ່ວງໄດ້ ນອກຈາກວິທີດັ່ງກ່າວແລ້ວຍັງສາມາດກະກຽມຕົ້ນຕໍ່ໃນພື້ນທີ່ທີ່ຈະສ້າງສວນໝາກມ່ວງໂດຍກົງເລີຍ.
  •  ຕົ້ນຕໍຕ້ອງມີອາຍຸ 6 ເດືອນ ຫຼື 1 ປີ.
  • ເປັນຕົ້ນທີ່ອຸດົມສົມບູນມີລໍາຕົ້ນທີ່ງາມດີ

 

 

 

 

 

 

 

 

ຮູບພາບ : ການກຽມຕົ້ນຕໍໃສ່ໂຖດໍາ

 

 

 

 

 

 

 

            ຮູບພາບ : ການກຽມຕົ້ນຕໍໃນເນື້ອທີ່ປູກ

III. ການກຽມຍອດພັນດີ

  • ຄັດເລືອກຍອດທີ່ມີຕາມຸກດີ ເປັນຍອດທີ່ກຽມພ້ອມຈະແຕກຍອດໃນ 10 – 15 ກ່ອນການປ່ຽນຍອດ
  • ຍອດພັນໝາກມ່ວງທີ່ຈະນໍາມາປ່ຽນຍຕ້ອງໄດ້ຈາກຕົ້ນທີ່ໃຫ້ໝາກມາແລ້ວ
  • ເປັນຍອດທີ່ສົມບູນບໍ່ເປັນພະຍາດ-ແມງໄມ້ກັດທໍາລາຍ
  • ໃຊ້ມີດຊີຄັດຕີ້ຕັດໃບມີ່ຢູ່ບໍລິເວນໃກ້ຍອດອອກ 5-7 ໃບ ປະໄວ້ 5 ວັນ ກ້ານໃບຈະລົ່ນອອກຈາກຍອດ ຈຶ່ງຕັດຍອດມາສຽບ ຫຼື ປ່ຽນໃສ່ຕົ້ນຕໍທີ່ກຽມໄວ້.

 

ຮູບພາບ : ການກຽມຍອດພັນດີ

 

IV. ການປ່ຽນຍອດແບບສຽບຂ້າງ
ກ.ການປາດປາກບາດຕົ້ນຕໍ

  •  ໃຊ້ມີດຄັດເຕີ້ປາດຕົ້ນຕໍໃຫ້ມີຄວາມສູງຈາກເບົ້າ ຫຼື ຈາກໜ້າດິນປະມານ 15-20 ຊັງຕີແມັດ
  • ປາດປາກບາດແບບເຈີ້ຍເລິກເຂົ້າຫາເນື້ອຕົ້ນຕໍ 3-5 ຊັງຕີແມັດ
  • ຄວາມຍາວຂອງປາກບາດ 5 -8 ຊັງຕີແມັດ
  • ປາກບາດທີ່ປາດຕ້ອງມີຄວາມລະອຽດບໍ່ໃຫ້ເປັນຄື້ນ.

ຮູບພາບ : ການປາດປາກບາດຕົ້ນຕໍ

 

ຂ. ການປາດປາກບາດຍອດພັນດີ

  •  ໃຊ້ມີດຄັດເຕີ້ປາດຍອດພັນດີໃຫ້ມີຄວາມຍາວ 5-8 ຊັງຕີແມັດ
  • ບໍລິເວນປາດຍອດພັນດີນັບເອົາຍອດສ່ວນເທິງລົງມາປະມານ 3-4 ຕາ,
  • ປາກບາດຕ້ອງປາດໃຫ້ເຈີ້ຍລັກສະນະດຽວກັນຄືກັບປາກບາດທີປາດເທິງຕົ້ນຕໍມີຄວາມເລິກ 3-5 ຊັງແມັດ
  • ປາດເຈີ້ຍລັດດ້ານຫຼັງມີຄວາມຍາວປະມານ 0,5 ຊັງຕີແມັດ.

ຮູບພາບ : ການປາດປາກບາດຍອດພັນດີ

 

ຄ. ການປະກົບຍອດພັນດີເຂົ້າກັບຕົ້ນຕໍ

  • ນໍາຍອດພັນດີທີ່ປາດປາກບາດນັ້ນມາສຽບໃສ່ຕົ້ນຕໍທີ່ກຽມໄວ້ໃນຊ່ວງໄລຍະເວລາທີ່ໄວ
  •  ໃຊ້ມືບີບ ແລະ ຄຽນເທບໄປພ້ອມໆກັນ
  •  ຖ້າຕົ້ນຕໍໃຫຍ່ກວ່າຍອດພັນ, ໃຫ້ເອົາຂ້າງໜຶ່ງຂອງຍອດພັນແນບໃສ່ຂ້າງໜຶ່ງຂອງຕົ້ນຕໍ ເພື່ອໃຫ້ປາກບາດທັງສອງອັນປະກົບເຂົ້າກັນ ແລະ ເປັນເນື້ອດຽວ.
  • ການຄຽນເທບໃຫ້ຄຽນແຕ່ລຸ່ມຂື້ນເທິງໃຫ້ປົກປາກບາດ ແລະ ຍອດພັນດີ

ຮູບພາບ : ການປະກົບຍອດພັນດີໃສ່ຕົ້ນຕໍ

 

ງ. ການບົວລະບັດຮັກສາ.

  •  ເກັບຮັກສາໄວ້ໃນບ່ອນມີຮົ່ມ ແລະ ອາກາດປອດໂປງດີ.
  •  ໃຫ້ນ້ຳສະໝໍ່າສະເໝີເປັນປົກກະຕິ.
  •  ຫຼັງຈາກໄດ້ 7 – 14 ຈະເຫັນຕາເລີ່ມແຕກຕາອອກມາ ໃຫ້ແກະເທັບ ທີ່ຄຽນສ່ວນປາຍນັ້ນອກ
  • ຕັດຕົ້ນຕໍອອກສູງເທິ່ງປາຍຍອດ 10 ຊັງຕີແມັດ
  • ຫຼັງຈາກສຽບຍອດໄດ້ 1-2 ເດືອນ ຈຶ່ງສາມາດນໍາອອກຈາກເຮືອນອະນຸບານ ຫຼື ນຳໄປປູກໄດ້

 

ຮູບ: ການແກະເທບຄຽນເມືອປ່ຽນຍອດໄດ້ 7- 14 ວັນ

V. ການປ່ຽນຍອດແບບຜ່າຫຼີ້ມ
ກ. ການປາດປາກບາດຕົ້ນຕໍ

  • ຕັດລໍາຕົ້ນຂອງຕົ້ນຕໍອອກຊຶ່ງຄວາມສູງຈາກໜ້າດິນ 15 ຊັງຕີແມັດ
  •  ໃຊ້ມີດຄັດເຕີ້ຜ່າລີ້ມໃນບໍລິເວນ 1 ສ່ວນ 3 ຂອງໜ້າຕ່າງ
  • ຄວາມຍາວຂອງປາກບາດ 5 – 8 ຊັງຕີແມັດ.
  • ການຜ່າປາກບາດບໍ່ໃຫ້ເປັນຄື້ນ.

ຮູບພາບ : ການປາດປາກບາດຕົ້ນຕໍ

ຂ.ການປາດປາກບາດຍອດພັນດີ

  •  ໃຊ້ມີດຄັດເຕີ້ປາດຍອດພັນດີໃຫ້ມີຄວາມຍາວ 5-8 ຊັງຕີແມັດ
  • ບໍລິເວນປາດຍອດພັນດີນັບເອົາຍອດສ່ວນເທິງລົງມາປະມານ 3-4 ຕາ,
  • ປາກບາດຕ້ອງປາດໃຫ້ເຈີ້ຍທັງ 2 ດ້ານ ເປັນຮູບຫຼີ້ມມີຄວາມຍາວ 5-8 ຊັງແມັດ

 

ຮູບພາບ : ການປາດປາກບາດຍອດພັນດີ

ຄ. ການປະກົບຍອດພັນດີເຂົ້າກັບຕົ້ນຕໍ

  •  ນໍາຍອດພັນດີທີ່ປາດປາກບາດນັ້ນມາສຽບໃສ່ຕົ້ນຕໍທີ່ກຽມໄວ້ໃນຊ່ວງໄລຍະເວລາທີ່ໄວ
  •  ໃຊ້ມືບີບ ແລະ ຄຽນເທບໄປພ້ອມໆກັນ
  • ຖ້າຕົ້ນຕໍໃຫຍ່ກວ່າຍອດພັນ, ໃຫ້ເອົາຂ້າງໜຶ່ງຂອງຍອດພັນແນບໃສ່ຂ້າງໜຶ່ງຂອງຕົ້ນຕໍ ເພື່ອໃຫ້ປາກບາດທັງສອງອັນປະກົບເຂົ້າກັນ ແລະ ເປັນເນື້ອດຽວ.
  • ການຄຽນເທບໃຫ້ຄຽນແຕ່ລຸ່ມຂື້ນເທິງໃຫ້ປົກປາກບາດ ແລະ ຍອດພັນດີ

 

ຮູບພາບ : ການປະກົບປາກບາດໃສ່ກັນ

 

ງ. ການບົວລະບັດຮັກສາ.

  • ເກັບຮັກສາໄວ້ໃນບ່ອນມີຮົ່ມ ແລະ ອາກາດປອດໂປງດີ.
  • ໃຫ້ນ້ຳສະໝໍ່າສະເໝີເປັນປົກກະຕິ.
  •  ຫຼັງຈາກໄດ້ 7 – 14 ຈະເຫັນຕາເລີ່ມແຕກອອກມາ
  • ຫຼັງຈາກສຽບຍອດໄດ້ 1-2 ເດືອນ ຈຶ່ງສາມາດນໍາອອກຈາກເຮືອນອະນຸບານ ຫຼື ນຳໄປປູກໄດ້

ຮູບ: ການແກະເທບຄຽນເມືອປ່ຽນຍອດໄດ້ 7- 14 ວັນ

VI. ຂໍ້ດີ ແລະ ຂໍ້ເສຍ
ຈຸດດີ
– ໃຫ້ຜົນຜະລິດໄວ
– ສາມາດຜະລິດເປັນຈຳນວນຫຼາຍ
– ໃຫ້ໝາກຄືກັບພັນເດີມ, ລົດຊາດ ຮູບຮ່າງ ແລະ ຂະໜາດ
– ມີລະບົບຮາກແກ້ວ ແລະ ຮາກຝອຍ
– ທົນຕໍ່ສະພາບແວດລ້ອມການທຳລາຍພະຍາດ ແລະ ແມງໄມ້
ຈຸດອ່ອນ
– ຕ້ອງມີຄວາມຊຳນານ
– ງ່າມັກຫັກ ສີກງ່າຍເວລາມີຟ້າລົມຝົນຕົກ

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: ຮຽບຮຽງໂດຍ: ທ. ໜູພອນ ຄຳສົມພູ ແລະ ທ. ດັດສະກອນ ຫົງສີວິໄລ; ກວດແກ້ ໂດຍ: ປອ ບຸນເນື່ອງ ດວງບຸບຜາ ແລະ ທ່ານ ບຸນຖົມ ສົມພັນປັນຍາ

ຂໍ້ມູນເຕັກນິກ:

ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ

ຂະແໜງງານຄົ້ນຄວ້າໄມ້ໃຫ້ໝາກ
ໂທ/ເຟັກ: 021 360377
020 55123190 ຫຼື 020 95144441

https://www.youtube.com/@user-ci8lt9nl4z