ເຕັກນິກການປູກໝາກຂຽບ

ເຕັກນິກການປູກໝາກຂຽບ

http://th.siripa3herbal-tropical.wikia.com/wiki/%E0%B8%99%E0%B9%89%E0%B8%AD%E0%B8%A2%E0%B8%AB%E0%B8%99%E0%B9%88%E0%B8%B2

  1. ລັກສະນະທົ່ວໄປ.
    ໝາກຂຽບເປັນຫມາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ແລະ ນິຍົມປູກໃນເຂດອາກາດຮ້ອນອົບອຸ່ນ ພ້ອມທັງມີລົດຊາດພໍດີກິນ ນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫມາະສົມຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ, ເພາະວ່າໃນປະຈຸບັນ ການປູກຫມາກໄມ້ເປັນສິນຄ້າຢູ່ພາຍໃນປະເທດເຮົາຍັງຖືວ່າຫນ້ອຍຢູ່ເມືອທຽບກັບຕ່າງປະເທດ. ສະນັ້ນ ປະຈຸບັນກຳລັງກ້າວເຂົ້າສູ່ລະດູຝົນເຊິ່ງເປັນໂອກາດດີ ໃຫ້ກັບຜູ້ທີ່ກຳລັງສົນໃຈຢາກລົງທຶນໃນ ຂະແຫນງກະສິກຳເພື່ອເຮັດການຜະລິດເປັນສິນຄ້າ ແລະ ຫມາກຂຽບກໍ່ເປັນຫມາກໄມ້ຊະນິດຫນຶ່ງທີ່ນິຍົມບໍລິໂພກ ແລະ ປູກເປັນສິນຄ້າໄດ້ ທີ່ສຳຄັນ ແມ່ນເພື່ອຫລຸດການນຳເຂົ້າຈາກຕ່າງປະເທດນຳອີກ.
  2.  ວິທີປູກ.
    ວິທີປູກແມ່ນສາມາດປະຕິບັດໄດ້ງ່າຍໆຄື: ຄວນຂຸດຂຸມປູກໃຫ້ມີຂະຫນາດກວ້າງ, ຍາວ ແລະ ເລິກປະມານ 50 ຊັງຕີແມັດ, ໄລຍະປູກ 3 x 3 ແມັດຕໍ່ຕົ້ນ, ປະມານ 150 ຕົ້ນຕໍ່ໄລ່ ຫລັງຈາກທີ່ກຽມຂຸມສຳເລັດ ແລ້ວໃຫ້ປະສົມດິນກັບຝຸ່ນຄອກ ຈຳນວນ 5 ກິໂລກຣາມ ແລະ ປຸ໋ຍຣອດຟໍສເຟດ ຈຳນວນ 500 ກຣາມເຂົ້າກັນໃນຂຸມສູງປະມານ 2 / 3 ຂອງຂຸມ, ແລ້ວຍົກຕົ້ນໄມ້ທີ່ກ້າໄວ້ນັ້ນລົງໃນຂຸມ ໂດຍໃຫ້ລະດັບຂອງດິນໃນຖົງສູງກວ່າລະດັບດິນປາກຂຸມເລັກນ້ອຍ, ໃຊ້ມີດແຫລມແລ່ງຖົງຈາກກົ້ນຂຶ້ນຫາປາກຖົງຢາງທັງ 2 ດ້ານ (ຊ້າຍ ແລະ ຂວາ), ຈາກນັ້ນ ໃຫ້ດຶງຖົງຢາງອອກໂດຍລະວັງຢ່າໃຫ້ດິນແຕກ ແລ້ວກວດເອົາດິນທີ່ເຫລືອລົງໃນຂຸມ, ກົດດິນບໍລິເວນກົກຕົ້ນໃຫ້ແຫນ້ນ, ພ້ອມທັງປັກໄມ້ ແລະ ມັດເຊືອກໄວ້ ເພື່ອປ້ອງກັນລົມພັດ ແລ້ວຫາວັດສະດຸປົກດິນບໍລິເວນລຳຕົ້ນເຊັ່ນ: ເຟືອງ, ຫຍ້າແຫ້ງ ແລະ ຫົດນ້ຳໃຫ້ຊຸ່ມ, ພ້ອມເຮັດຮົ່ມບັງ ເພື່ອຊ່ວຍກັນແສງແດດ.
  3.  ສ່ວນການຮັກສາ ແລະ ໃສ່ປຸ໋ຍ.
    ແມ່ນສາມາດປະຕິບັດຄື: ຕົ້ນທີ່ຍັງບໍ່ທັນໃຫ້ຜົນຜະລິດໃສ່ປຸ໋ຍວິທະຍາສາດ ສູດ 15-15-15 ໃນອັດຕາສ່ວນ 0,5 ກິໂລກຣາມຕໍ່ຕົ້ນຕໍ່ປີ, ແບ່ງໃສ່ 2-3 ຄັ້ງ, ສ່ວນຕົ້ນທີ່ໃຫ້ຜົນຜະລິດແລ້ວກໍ່ສາມາດແບ່ງໄລຍະການໃຫ້ປຸ໋ຍ ດ້ວຍບຳລຸງຕົ້ນໃຊ້ປຸ໋ຍວິທະຍາສາດ ສູດ 15-15-15, ສ່ວນໄລຍະອອກດອກຈະໃຊ້ ສູດ 8-24-24, ສຳລັບໄລຍະເປັນຫມາກແມ່ນໃຊ້ສູດ 15-15-15 ແລະ ໄລຍະສຸດທ້າຍແມ່ນຈະປັບປຸງຄຸນນະພາບຂອງຫມາກໃຫ້ໃຫຍ່ ແລະ ຫວານໃຊ້ ສູດ 13-13-21. ສະເພາະປະລິມານປຸ໋ຍທີ່ໃຊ້ແມ່ນຂຶ້ນຢູ່ກັບອາຍຸຂອງຕົ້ນ ແລະ ຜົນຜະລິດຈາກຕົ້ນເຊິ່ງ ອັດຕາທີ່ໃຊ້ຢູ່ລະຫວ່າງ 2 – 4 ກິໂລກຣາມຕໍ່ຕົ້ນຕໍ່ປີ.
  4.  ການໃຫ້ນໍ້າ.
    ການໃຫ້ນ້ຳໃນໄລຍະການປູກໃຫມ່ຈຳເປັນຕ້ອງໃຫ້ນ້ຳຢ່າງສະຫມ່ຳສະເຫມີ ເພາະຈະຊ່ວຍໃຫ້ຫມາກຂຽບຈະເລີນເຕີບໂຕໄດ້ໄວ. ຈຳນວນລອດຕາຍສູງ. ຫມາກຂຽບຈະເລີ່ມໃຫ້ຫມາກໄດ້ໃນປີທີ2. ຖ້າໃຫ້ນ້ຳແກ່ຕົ້ນຫມາກຂຽບສະຫມ່ຳສະເຫມີຈະຊ່ວຍໃຫ້ຂະຫນາດຂອງຫມາກໃຫຍ່ ແລະ ມີຄຸນນະພາບດີ.
  5. ການເກັບກ່ຽວ.
    ໝາກຂຽບຈະສາມາດເກັບກ່ຽວໄດ້ປະມານ 110-120 ວັນ. ຈາກດອກບານໂດຍສັງເກດຮ່ອງຕາຂອງຕົ້ນໝາກຂຽບເລີ່ມຫ່າງ ແລະ ສີຮ່ອງຕາເຂັ້ມ ຜິວຈະປ່ຽວຈາກສີຂຽວເປັນສີເຫຼືອງ ສໍາລັບໝາກຂຽບໝັງສໍາລັບພັນໂຕນີ້ຈະປ່ຽນສີເປັນສີມ່ວງ. ໝາກອ່ອນຈະເປັນສີຂຽວອ່ອນ ຖ້າໝາກຂຽບສຸກຈະເປັຮສີຂຽວປົນນໍ້າຕານ. ການເກັບກ່ຽວປົກກະຕິອາຍຸການວາງຂາຍຜົນຜະລິດ ຈະຢູ່ລະຫວ່າງ 3-5 ວັນ.ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
  6. ໝວດໝູ່: ໄມ້ໃຫ້ໝາກ

ແຫຼ່ງຂໍ້ມູນ: http://pakchong.khorat.doae.go.th/Link%20pages/noyna.htm
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່