ພະຍາດອະຫິວາໝູ

ພະຍາດອະຫິວາໝູ
ພະຍາດອະຫິວາໝູເປັນໂລກລະບາດນໍ້າເບີ 1 ທີ່ສ້າງຄວາມເສຍຫາຍໃຫ້ຜູ້ລ້ຽງໝູ ອະຫິວາໝູເປັນພະຍາດທີ່ຕິດຕໍ່ຮ້າຍແຮງສຳລັບໝູຍ້ອຍເຊື້ອໄວຣັດເຮັດໃຫ້ໝູຕາຍບໍ່ວ່າໝູນ້ອຍ ແລະ ໝູໃຫ່ຍ ໝູແມ່ລຸລູກ 80% ແມ່ນຍ້ອນພະຍາດນີ້


I. ສາຍເຫດ ແລະ ວິທີການລະບາດຂອງພະຍາດ
1. ອະຫິວາໝູຕິດໝູບ້ານ ແລະ ໝູປ່າ, ເກີດທຸກລະດູການ ແລະ ບໍ່ຈຳແນກອາຍຸຂອງໝູ
2. ເຊື້ອອະຫິວາໝູມີຄວາມທົນທານສາມາດມີຊີວິດຢູ່ໃນສົ້ມໝູ
3. ອະຫິວາໝູລະບາດຍ້ອນນຳເອົາໝູທີ່ຕິດເຊື້ອແລ້ວເຂົ້າມາລ້ຽງໃນຄອກດຽວກັບໝູໂຕອື່ນ.ໝູເປັນພະຍາດລະບາດເຊື້ອຮ້າຍແຮງອອກທາງຍ່ຽວ,ຂີ້,ນໍ້າມູກ,ນໍ້າລາຍ,ຂີ້ຕາ.ເວລາກິນອາຫານ, ກິນນໍ້າຮ່ວມກັນເຊື້ອກໍ່ໄປຕິດໃສ່ໂຕອື່ນ
4. ອະຫິວາໝູລະບາດຈາກຄອກໜຶ່ງໄປຫາຄອກອື່ນຍ້ອນຄົນ.ນົກ ແລະ ພາຫານພອື່ນໆ
5. ການຂາຍໝູເຈັບ ຫຼື ຄົວໝູຕາຍ ຍ້ອນອະຫິວາໝູເຮັດໃຫ້ພະຍາດນີ້ລະບາດໄດ້ດີທີ່ສຸດ
II. ປະກົດການຂອງພະຍາດ
ອະຫິວາໝູສ່ວນຫຼາຍລະບາດຮ້າຍແຮງເຮັດໃຫ້ໝູຕາຍກະທັນຫັນ ຫຼື ຕາຍພາຍໃນ 5-15 ມື້. ເປີເຊັ່ນຕາຍແມ່ນ 95-100%
1. ໝູເຫົງາ ກິນອາຫານນ້ອຍລົງ ມັນນອນໄຂ້ສັ້ນໜາວ ນອນຈຸ້ມເຂົ້າກັນ, ຕາແດງ, ຂີ້ຕາໂພະສີເຫຼືອງ ເຮັດໃຫ້ຮີມຕາຕິດກັນ ຫູເປັນສີຊໍ້າ ຕາມໜ້າໜັງມີຕຸ່ມແດງໆຄືມັດກັດ ຫຼື ເປັນປ່າມແດງຊໍ້າຕາມພື້ນທ້ອງ, ສົບ, ແອບແອ້ຂາ, ໝູຖ່າຍບໍ່ສະດວກ ຂີ້ແກ່ນ ແຕ່ຕໍ່ມາຂີ້ຈວກເປັນນໍ້າສີເຫຼືອງແກມເທົາ ບາງເທື່ອກໍ່ຮາກ ຂີ້ເໝັນຜິດປົກກະຕິ ຫາຍໃຈຫອບ
2. ທາງດ້ານເສັ້ນປະສາດເຮັດໃຫ້ໝູຊັກດີ້ນ ໂຕແຂງຊື່ແງ້ນ ນອກແຄງ ເອົາຕີນຄວກ ຊັກເປັນຄັ້ງເປັນຄາວ ແຕ່ບາງໂຕກໍ່ຊັກຈົນຕາຍ ບາງໂຕກໍ່ປິ່ນອ້ອມໂຕເອງ ຫຼື ເອົາຫົວຄໍ້າກັບຝາ ສ່ວນຫຼາຍແມ່ນອາການລອຍຊຶ່ງເລີ່ມຈາກສອງຂາຫຼັງໝູຈຶ່ງຍ່າງເຊໄປມາຕໍ່ມາກໍລ່ອຍໝົດໂຕລຸກບໍ່ໄດ້ ສຸດທ້າຍກໍ່ຕາຍ
III. ຜູ້ລ້ຽງຄວນປະພຶດແນວໃດ?
1. ໝູລອດຕາຍຈາກພະຍາດອຫິວາໝູແມ່ນໝູຖືເຊື້ອໄວ້ໃນໂຕມັນ ແລະ ເປັນອັນຕະລາຍໃຫ້ໝູໂຕອື່ນ ດັ້ງນັ້ນຕ້ອງຊື່ແຕ່ໝູນ້ອຍຂອງແມ່ທີ່ໄດ້ຮັບການສັກຢາປ້ອງກັນມາລ້ຽງຈຶ່ງຮັບປະກັນ
2. ຕ້ອງອານາໄມຄອກໝູທີ່ຕິດເຊື້ອ ແລະ ຂ້າເຊື້ອດ້ວຍປູນຂາວປະໄວ້ຢ່າງນ້ອຍ 1 ເດືອນຈຶ່ງເອົາໝູເຂົ້າມາລ້ຽງອີກໄດ້
3. ຫລີກເວັ້ນຢ່າຄົວໝູເຈັບ ຫຼື ຕາຍຍ້ອນພະຍາດອະຫິວາໝູ. ຫ້າມເອົາຊີ້ນໝູດັ່ງກ່າວໄປເຮັດສົ້ມ ຫຼື ໝູເຄັມ ເພາະຈະເປັນເຫດເຮັດໃຫ້ພະຍາດລະບາດໄວທີ່ສຸດ ແລະ ຈະສ້າງຄວາມເສຍຫາຍແກ່ຜູ້ອື່ນ
IV. ປ້ອງກັນດ້ວຍການສັກວັກຊີນ
1. ບໍ່ມີຢາຕ້ານເຊື້ອຊະນິດໃດສາມາດປິນປົວພະຍາດອະຫິວາໝູ ເພື່ອຄວາມປວດໄພມີແຕ່ສັກຢາປ້ອງກັນໄວ້ກ່ອນ
2. ວັກຊີນອະຫິວາໝູໃຊ້ສັກໝູອາຍຸ 3 ເດືອນຂື້ນໄປສາມາດຄຸ້ມກັນໝູໄດ້ 1 ປີຫ້ມສັກວັກຊີນນີ້ໃຫ້ໝູຖືພາ
3. ວັກຊີນອະຫິວາໝູສາມາດປ້ອງກັນໝູໄດ້ຫຼັງຈາກສັກໄດ້ 2 ອາທິດ
ກໍລະນີ ພະຍາດອະຫິວາໝູລະບາດຕ້ອງຮີບຮ້ອນສັກຢາວັກຊີນປ້ອງກັນໝູທີ່ຍັງບໍ່ທັນຕິດເຊື້ອ ແລະ ຍັງບໍ່ໄດ້ຮັບການສັກຢາປ້ອງກັນເທື່ອແຕ່ຖ້າໝູຕິດເຊື້ອແລ້ວການສັກວັກຊີນໃຫ້ຈະເຮັດໃຫ້ໝູຕາຍຄືເກົ່າ. ແຕ່ຖ້າບໍ່ສັກປ້ອງກັນເວລາເຊື້ອມາເຖີງໝູກໍ່ຕາຍຄືເກົ່າ ເພື່ອເຫຼີກເວັ້ນການສ່ຽງໄພດັ່ງກ່າວຕ້ອງສັກວັກຊີນອະຫິວາໝູກ່ອນເຊື້ອຮ້າຍແຮງຈະມາເຖິງ


ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ໂຮງງານວັກຊີນໜອງແຕ່ງ
ໝວດໝູ່: ພະຍາດສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/dkesgZvhovg” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>