ການເຮັດເຟືອງໝັກ

ການເຮັດເຟືອງໝັກ


ເຟືອງໝັກເປັນອາຫານທີ່ສຳຄັນສຳລັບງົວ ແລະ ຄວາຍໃນລະດູແລ້ງ ແລະ ລະດູຝົນ ແຕ່ເຟືອງເປັນອາຫານທີ່ມີຄຸນນະພາບຕໍ່າມີຄຸນຄ່າທາງດ້ານອາຫານໜ້ອຍຊຶ່ງຂໍ້ຈຳກັບເລົ່ານີ້ເປັນສາຍເຫດເຮັດໃຫ້ສັດຍ່ອຍເຟືອງໄດ້ຍາກ ແລະ ກິນບໍ່ໄດ້ຫຼາຍ
ການເຮັດເຟືອງໝັກດ້ວຍປຸຍຍູເຮຍແມ່ນການປັບປຸງຄຸນນະພາບ ແລລະ ຄຸນຄ່າທາງດ້ານອາຫານຂອງເຟືອງໃຫ້ດີຂື້ນ ໂດຍເກີດຈາກປະຕິກິລິຍາຂອງປຸຍ 46-0-0 ປະສົມກັບນໍ້າເກີດເປັນອາຍອຳໂມເນຍເຮັດໃຫ້ໂຄງສ້າງຂອງເຟືອງມີການປ່ຽນແປງ ເມື່ອສັດກິນເຟືອງໝັກກໍ່ຈະບໍ່ຈ່ອຍ ແລະ ແຂງແຮງດີ
I. ວິທີການ
ເປັນວິທີການທີ່ງ່າຍດາຍຄືເອົາປູຍຍູເຣຍປະສົມກັບນໍ້າແລ້ວຫົດໃສ່ກອງເຟືອງຊຶ່ງມີເງືອນໄຂ ແລະ ຂັ້ນຕອນດັ່ງນີ້:
1. ສູດປະສົມຍູເຣຍ
ສັດສ່ວນທີ່ປະສົມສຳລັບການໝັກແມ່ນປູຍຍູເຣຍ 5 ກິໂລ/ນໍ້າ 20 ລິດໃຊ້ໝັກເຟືອງ 100 ກິໂລ ຖ້າຕ້ອງການໝັກໃນຈຳນວນຫຼາຍກໍ່ຕ້ອງກະກຽມໃນອັດຕາສ່ວນຄື:
ປູຍຍູເຣຍ(ກິໂລ) ນໍ້າ(ລິດ) ເຟືອງ(ກິໂລ)

ປູຍຍູເຣຍ(ກິໂລ) ນໍ້າ(ລິດ) ເຟືອງ(ກິໂລ)
50 50 100
10 100 200
15 150 300
20 200 400

2. ອຸປະກອນຮັບໃຊ້

ອຸປະກອນຈັດຫາໄດ້ງ່າຍ ອ່າງໃສ່ນໍ້າ ຫຼື ຄຸ ບົວຫົດຜັກ ກະແຕະອ້ອມ ຫຸ້ມປົກ ຫຼື ໃຊ້ໃບຕອງກໍ່ໄດ້ຕາມຄວາມອາດສາມາດຫາໄດ້ໃນທ້ອງຖິ່ນຖ້າມີ ເງື່ອນໄຂຄວນໃສ່ຖົງຢາງພາລາສະຕິກຫຸ້ມຫໍ່ຈະເປັນການດີຫຼືໝັກໃສ່ຖັງສີມັງ(ແທ່ງສ້າງ) ເຟືອງຈະເປັນເຟືອງນາເຂົ້າ ເຟືອງເຂົ້ນໄຮ່ທີ່ຟາດດ້ວຍມື ຫຼື ດ້ວຍຈັກກໍ່ໄດ້
3. ຂັ້ນຕອນການເຮັດ
ໃນເງືອນໄຂຊົນນະບົດ ກະກຽມກະແຕະ ເຮັດເປັນຄອກສຳລັບໝັກເຟືອງ ຂະໜາດຂື້ນກັບປະລິມານຂອງເຟືອງທີ່ຕ້ອງການໝັກ ພື້ນຄອກຄວນເຮັດສູງຈາກພື້ນດິນປະມານ 15-20 ຊມ ເຮັດຫຼັງຄ່າເພື່ອປ້ອງກັນບໍ່ໃຫ້ຖືກນໍ້າຝົນ
– ກະກຽມນໍ້າໃສ່ຖັງ ຫຼື ຄຸ ແລະ ປະສົມກັບປູຍຍູເຣຍຕາມອັດຕາສ່ວນຂ້າງເທີງນັ້ນແລະຄົນໃຫ້ລະອຽດດີ ເອົາເຟືອງກອງລົງໃນຄອກທີ່ຈະໝັກນັ້ນເປັນຊັ້ນ ແລະ ໃຊ້ບົວຫົດຜັກຕັກເອົານໍ້າທີ່ປະສົມຍູເຣຍຫົດໃຫ້ທົ່ວພ້ອມທັ້ງຢຽບໃຫ້ແໜ້ນແລ້ວສືບຕໍ່ເອົາເຟືອງລົງໃສ່ອີກ ແລະ ຫົດອີກປະຕິບັດຄືເກົ່າຈົນກວ່າຈະໝົດເຟືອງ
ບໍ່ຄວນເຮັດເປັນຊັ້ນໜາເກີນໄປແຕ່ລະຊັ້ນປະມານບໍ່ເກີນ 30 ຊມ ຫຼັງຈາກໝັກເຟືອງໝົດແລ້ວກໍຫາກະແຕະ ເປົ່າເກົ່າ ຫຼື ແພຢາງແຫ່ງດີມາປົກໄວ້ ແລະ ຫາຂອນໄມ້ ຫຼື ວັດຖຸໜັກອື່ນໆມາເຕັງ


4. ການນໍາໃຊ້
ຫຼັງຈາກໝັກໄດ້ 2 ອາທິດກໍ່ສາມາດນໍາໃຊ້ໄດ້ ເຟືອງໝັກທີ່ດີຈະມີລັກສະນະສັງເກດໄດ້ດ່ັງນີ້:
1. ຈະມີກິ່ນອຳໂມເນຍແຮງ
2. ມີສີເຫຼືອງແກມສີນໍ້າຕານເຂັ້ມ
3. ລັກສະນະອ່ອນນຸ້ມເຟືອງທີ່ໝັກໄດ້ຕາມກຳນົດແລ້ວສາມາດເກັບຮັກສາ ແລະ ນໍາໃຊ້ໄດ້ດົນນານທີ່ສຳຄັັນບໍ່ໃຫ້ຖືກນໍ້າຝົນ
II. ຂໍ້ຄວນລະວັງ
1. ໄລຍະການໝັກຕ້ອງໄດ້ກຳນົດຄືຢ່າງໜ້ອຍ 2 ອາທິດເພື່ອໃຫ້ຍູເຣຍເກີດປະຕິກິລິຍາຈົນໝົດສາກ່ອນ
2. ກ່ອນຈະນໍາໄປໃຫ້ສັດກິນ ຄວນພືງເຟືອງໝັກເບີຍລົມສາກ່ອນຈື່ງໃຫ້ສັດກິນ
3. ບໍ່ຄວນໃຊ້ເຟືອງໝັກລ້ຽງໝູ ມ້າ ແລະ ງົວນ້ອຍທີ່ຍັງບໍ່ເຄີຍກິນຫຍ້າ
4. ສຳລັບສັດທີ່ຍັງບໍ່ລື້ງກີນເຟືອງໝັກຄວນຝຶກໃຫ້ກີນຄວນຝືກໃຫ້ກິນໂດຍເອົາເຟືອງລ້າປົນໃຫ້ກິນ ແລະ ຄວນເພີ່ມເຟືອງໝັກຫຼາຍຂື້ນຕາມຄວາມສາມາດທີ່ສັດກິນໄດ້
5. ຜົນປະໂຫຍດທີ່ໄດ້ຮັບ
1. ເພີ່ມຄຸນຄ່າທາງດ້ານອາຫານຂອງເຟືອງໃຫ້ສູງຂື້ນ(ເພີ່ມໂປຕິນຈາກ2,9-5,3%)
2. ສັດສາມາດຍ່ອຍເຟືອງໄດ້ດີຈາກ(47,7-56,5%)
3. ສັດໄດ້ກິນເຟືອງໝັກຈະເຮັດໃຫ້ສັດບໍ່ຈ່ອຍມີສະພາບທາງດ້ານຮ່າງກາຍແຂງແຮງ ແລະ ສົມບູນດີສາມາດເຮັດວຽກໜັກໄດ້ດີ ແລະ ທົນທານ
4. ຂີ້ສັດທີ່ກິນເຟືອງໝັກສາມາດເປັນຝຸ່ນທີ່ມີຄຸນນະພາບດີກວ່າຂີ້ສັດທຳມະດາ
– ທອມງົວໃນຍາມແລ້ງໂດຍໃຫ້ກີນເຟືອ
ໝັກປົນກັບອາຫານຫຼັກ ແລະ ໃຫ້ກິນອາຫານຂຸ້ນປະສົມທີ່ໃຊ້ວັດຖຸດີບທີ່ຫາໄດ້ງ່າຍໃນບ້ານເຮົາເຊັ່ນ ຫົວມັນຕົ້ນແຫ້ງ,ໃບມັນຕົ້ນແຫ້ງງ, ຮໍ່າ(ເກືອ 1% ຍູເຣຍ2% ມາດ 0,5%)ຖ້າມີກາກນໍ້າຕານປະສົມຍີ່ງດີຈະເຮັດໃຫ້ອາຫານມີກິ່ນຫອມ ໜ້າກີນເພີ່ມຂື້ນທັງໝົດມາປະສົມເຂົ້າກັນດີແລ້ວນໍາໄປບັນຈຸໃສ່ຖົງຢາງພາລະສະຕິກຈະໃຊ້ໄດ້ດົນ ຫຼື ປະສົມແລ້ວໃຫ້ກິນເລີມ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄວ້າການລ້ຽງສັດ
ໝວດໝູ່: ອາຫານສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/rKH9vymjpmY” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>